ເປັດເທບ / Domestic Muscovy Duck

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Cairina moschata domestica (Donkin, 1989) / Anatidae
ຊື່ພ້ອງ
Cairina moschata momelanotus
ຊື່ອື່ນ
ພັນລະນາລັກສະນະສັນຖານ

ເປັດກຶກເປັນເປັດທີ່ລ້ຽງງ່າຍ, ຈະເລີນເຕິບໂຕໄດ້ໄວ້, ສາມາດໃຊ້ອາຫານ ແລະ ວັດຖຸດິບທີ່ມີໃນທ້ອງຖິ່ນເພື່ອເປັນອາຫານ, ໃຫ້ຜົນຕອບແທນທີ່ຄຸ້ມຄ່າໃນໄລຍະເວລາອັນສັ້ນ, ຈຳໜ່າຍໄດ້ງ່າຍ ສາມາດລ້ຽງເປັນອາຊິບເສີມຫຼັງໂມງເລິກຈາກວຽກປະຈຳ. ເປັດກືກ ຫຼື ເປັດເທບມີຫຼາຍສາຍພັນ, ແຕ່ສາຍພັນທີ່ມັກລ້ຽງມີ 3 ສາຍພັນດັ່ງລູ່ມນີ້:

- ເປັດເທບຂາວບາຣີ: ຂົນສີຂາວປົກຄູມທົ່ວລຳຕົວ ແລະ ມີຂົນສີດຳຢູ່ກາງຫົວ, ປາກສີບົວ, ຕິນສີເຫຼືອງອ່ອນ, ໃບໜ້າສີສົ້ມເຖິງສີບົວມີຜິວບໍ່ລຽບ, ລູບນູນກະຈ່າຍທົ່ວໄປ, ບໍ່ມີຂົນ. ເມື່ອຍັງນ້ອຍຈະມີຂົນສີຂາວອົມເຫຼືອງ, ມີຈຸດດຳຢູ່ກາງຫົວ, ປາກສີບົວ, ແຂ້ງສີເຫຼືອງ. ໂຕແມ່ຈະເລີ່ມໄຂ່ ເມື່ອອາຍຸໄດ້ 28 ອາທິດ, ຕົວຜູ້ໂຕເຕັມໄວຈະໜັກປະມານ 5-6 ກິໂລ, ສ່ວນໂຕແມ່ຈະໜັກ 2.5-3.5 ກິໂລ, ສາມາດໄຂ່ໄດ້ປີລະ 150-158 ໜ່ວຍຕໍ່ແມ່, ສາມາດຟັກໄຂ່ໄດ້ເອງ.

https://duckduckbro.com/tag/barbary-duck/page/2/
ເປັດເທບຂາວບາຣ໌ບາຣີ © duckduckbro.com

-  ເປັດເທບຂາວ: ມີຂົນສີຂາວຕະຫຼອດທົ່ວລຳຕົວ ແລະ ມີຂົນສີດຳຢູ່ກາງຫົວ, ປາກສີບົວ, ຕີນສີເຫຼືອງອ່ອນ, ໃບໜ້າມີສີບົວຜິວລູບນູນ, ບໍ່ມີຂົນ, ເລີ່ມໄຂ່ເມື່ອອາຍຸ 6-7 ເດືອນ, ຜົນຜະລິດໄຂ່ປີລະ  160-180 ໜ່ວຍຕໍ່ແມ່, ໂຕຜູ້ເຕັມໄວຈະມີນ້ຳໜັກ 4.5-5 ກິໂລ, ສ່ວນໂຕແມ່ຈະໜັກ 2.8-3 ກິໂລ, ສາມາດລ້ຽງເປັນເປັດຂຸນໃຊ້ເວລາ 10-12 ອາທິດເພື່ອເປັນສີນຄ້າ.

-  ເປັດກຶກ: ມີຂົນສີດຳ, ມີຂົນສີຂາວແຊມຢູ່ຕາມປີກ ແລະ ໜ້າເອິກ, ໜ້າເປັນປຸ່ມສີແດງ, ປາກສີດຳປົນສີບົວ, ແຂ້ງສີດຳ, ຕາສີດຳ, ໂຕແມ່ເລີ່ມໄຂ່ເມື່ອອາຍຸໄດ້ 210 ວັນ, ຜົນຜະລິດໄຂ່ປີລະ 98 ໜ່ວຍຕໍ່ແມ່, ໂຕແມ່ມີນໍ້າໜັກ 2.5-3 ກິໂລ, ໂຕຜູ້ໜັກ 3-4.5 ກິໂລ.

ການປະກອບສ່ວນ