ຄວາຍ / Domestic water buffalo

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Bubalus bubalis (Linnaeus, 1758) / Bovidae
ຊື່ພ້ອງ
Bos bubalis Linnaeus, 1758
ຊື່ອື່ນ
Cambodian: ក្របី
Chineses:水牛
Thai: กระบือ
Vietnamese: trâu
ພັນລະນາລັກສະນະສັນຖານ

ໂດຍທົ່ວໄປລຳຕົວຈະສັ້ນ (stocky), ລຳໂຕຂ້ອນຂ້າງເລິກ, ຮອບເອິກໃຫຍ່, ຄໍໃຫຍ່, ທ້ອງກາງໃຫຍ່, ໜ້າເອິກກວ້າງອວບແຂງ, ຫົວມີລັກສະນະຍາວ, ໜ້າຜາກແຄບ, ບາງໂຕເຂົາສັ້ນກຸດ, ບາງໂຕໂຄ້ງເຂົ້າຫາກັນເລັກນ້ອຍ ຫຼື ບາງໂຕມີເຂົາຍາວຈັດ ແລະ ກາງອອກຈາກກັນ, ຫຼັງແອນ, ບໍລິເວນບັ້ນທ້າຍຫັກລາດລົງໄປ, ມີຫາງຍາວລົງໄປຮອດເຂົາ ຫຼື ຍາວກວ່າເລັກນ້ອຍ, ປາຍຫາງມີຂົນຟູເລັກນ້ອຍ. ຕີນມີຂະໜາດໃຫຍ່, ກີບຕີນມີ 2 ອັນຕິດກັນ, ແຂງແຮງ, ຜິວທົ່ວຮ່າງກາຍເປັນສີເທົາເຂັ້ມ ແຕ່ບໍ່ດຳເຂັ້ມ. ຂົນປົກຄຸມຮ່າງກາຍທົ່ວໆໄປແບບບາງໆ ແລະ ຂ້ອນຂ້າງຍາບແຂງ, ບໍລິເວນທີ່ມີຂົນຫຼາຍຢູ່ 4 ຕີນ ແລະ ບໍລິເວນຫົວ. ສີຂອງຄວາຍມີ 2 ສີຄື: ສີດຳ ແລະ ສີດ່ອນ (ເຜືອກ) ເຊິ່ງສີຂອງຄວາຍເປັນສີຂອງຂົນ ແລະ ສີຂອງຜິວໜັງ, ຈຳນວນຄວາຍສີເຜືອກຈະມີຈຳນວນໜ້ອຍ. ຂວັນຄືລັກສະນະປະຈຳຂອງຄວາຍ ສາມາດພົບເຫັນໄດ້ຕາມສ່ວນຕ່າງໆຂອງຮ່າງກາຍ, ມີຕັ້ງແຕ່ 1-9 ຂວັນ, ມີຈຳນວນ ແລະ ຕ່ຳແໜ່ງຂອງຂັວນບໍ່ເທົ່າກັນ. ເຂົາໂດຍທົ່ວໄປຄວາຍຈະມີເຂົາກາງອອກທັງສອງຂ້າງ, ປາຍເຂົາໂຄ້ງເຂົ້າຫາກັນ, ຍາວ 60-120 ຊມ, ໂຄນເຂົາມີ 4 ຫຼ່ຽມ, ຜິວຄຸຂະເປັນປ້ອງ, ສ່ວນເທິງກົມຮຽວແຫຼມ, ຜິວລຽບ. ແຂ້ວມີຈຳນວນ 2 ຊຸດຄື: ແຂ້ວນ້ຳນົມ ແລະ ແຂ້ວແທ້, ແຂ້ວນ້ຳນົມມີຂະໜາດນ້ອຍກວ່າແຂ້ວແທ້ຫຼາຍ, ຜິວຂອງແຂ້ວນ້ຳນົມລຽບ ແລະ ຂາວກວ່າແຂ້ວແທ້, ເຮົາສາມາດປະມານອາຍຸຂອງຄວາຍໄດ້ຈາກແຂ້ວ, ແຂ້ວນ້ຳນົມມີຈຳນວນ 20 ເຫຼັ້ມ, ດ້ານເທິງ 6 ເຫຼັ້ມ ແລະ ດ້ານລຸ່ມ 14 ເຫຼັ້ມ, ແຂ້ວແທ້ມີຈຳນວນ 32 ເຫຼັ້ມ, ແຂ້ວເທິງ 12 ເຫຼັ້ມ ແລະ ດ້ານລຸ່ມ 20 ເຫຼັ້ມ
ຄວາຍທີ່ເປັນສັດລ້ຽງແບ່ງອອກເປັນ 2 ສາຍພັນໃຫຍ່ໆຄື: ຄວາຍພື້ນເມືອງ (Swamp buffalo) ແລະ ຄວາຍແມ່ນ້ຳ (River buffalo). ເຊິ່ງທັງສອງສາຍພັນນີ້ມີຄວາມແຕກຕ່າງກັນຫຼາຍດ້ານ ເຊັ່ນ: ຈຳນວນໂຄໂມໂຊມ, ຖິ່ນກຳເນີດ, ລັກສະນະພາຍນອກ, ສະລິລະວິທະຍາ ແລະ ພຶດຕິກຳຕ່າງໆ. ນອກນີ້ຍັງມີຄວາຍລູກປະສົມລະຫວ່າງສອງສາຍພັນດັ່ງກ່ວາ.


1. ຄວາຍພື້ນເມືອງ (Swamp buffalo)
ມີຖິ່ນກຳເນີດຢູ່ທາງຖິ່ນຕາເວັນອອກ, ຊາວກະເສດໃຊ້ໄວ້ໄຖ່ນາ, ຂົນເຄື່ອງ ແລະ ລາກຈູງ, ເມື່ອມີອາຍຸແກ່ຈະຖືກຂ້າເປັນອາຫານ. ມີຮູບຮ່າງລຳໂຕໃຫຍ່, ສັ້ນ, ໜາ, ທ້ອງໃຫຍ່, ຫົວຍາວແຄບ, ເຂົາມີລັກສະນະໂຄ້ງໄປທາງຫຼັງ, ໜ້າສັ້ນ, ໜ້າຜາກແປພຽງ, ຕາໂນນຂື້ນເຫັນໄດ້ຊັດເຈນ, ລະຫວ່າງກາງດັງທັງສອງກວ້າງ, ຄໍຍາວ ແລະ ບໍລິເວນໃຕ້ຄໍຈະມີຄໍ່ຄໍທີ່ມີຂົນຍາວເປັນຮູບໂຕວີ (Chevron), ບາໄຫຼ່ ແລະ ອົກໂນນຂື້ນຊັດເຈນ, ຜິວໜັງມີສີເທົາເຂັ້ມເກືອບດຳ ຫຼື ມີສີຂາວເຜືອກ (ມີຈຳນວນໜ້ອຍ).

ພໍ່ພັນ ແລະ ແມ່ພັນ

2. ຄວາຍແມ່ນ້ຳ (River buffalo)

  ພົບຈຳນວນຫຼາຍຢູ່ປະເທດອິນເດຍ, ປາກິດສະຖານ, ບັງກາລາເທດ, ເອຢິບ, ປະເທດໃນທະວີບເອີຣົບຕອນໃຕ້ ແລະ ເອີຣົບຕາເວັນອອກ. ເປັນຄວາຍທີ່ໃຫ້ນົມຫຼາຍ, ລ້ຽງໄວ້ສຳລັບລີດນົມ. ຄວາຍສາຍພັນນີ້ມີລັກສະນະໂຕທີ່ໃຫຍ່ ແລະ ແຂງແຮງ, ຜິວສີດຳ, ຫົວສັ້ນ, ໜ້າຜານູນ, ເຂົາສັ້ນ ແລະ ບິດມ້ວນງໍ, ລຳໂຕໜາ, ຂົນຍາວ, ໂຄງສ້າງໃຫຍ່, ເຕົ້ານົມໃຫຍ່, ໜຽງທີ່ໜ້າອົກຍານ, ຖົງອັນທະຍານກວ່າພັນພື້່ນເມືອງ.

ພໍ່ພັນ ແລະ ແມ່ພັນ

3. ຄວາຍລູກປະສົມ (Crossbred buffalo)

  ເປັນການປະສົມຂ້າມສາຍພັນລະຫວ່າງສາຍພັນພື້ນເມືອງ ແລະ ສາຍພັນແມ່ນ້ຳ, ເຊິ່ງລູກປະສົມທີ່ໄດ້ຈະມີລັກສະນະທັງສອງສາຍພັນປະສົມກັນ ຄື: ເຂົາບໍ່ມ້ວນຫຼາຍຄືກັບພັນແທ້ ແຕ່ໂຄ້ງງໍເຂົ້າ ແລະ ປາຍຊີ້ຂື້ນເທິງ ຫຼື ບິດເລັກນ້ອຍ, ຜິວໜັງມີສີດຳ (dark pigmentation), ຫົວມີລັກສະນະຄ້າຍຄວາຍແມ່ນ້ຳ ແຕ່ໜ້າຜາກບໍ່ໂນນຂື້ນ, ເຕົ້າເນົາຈະເລີນກວ່າສາຍພັນພື້ນເມືອງ, ໃຊ້ວຽກໄດ້ຄືກັບສາຍພັນພື້ນເມືອງ.

ຄວາຍລູກປະສົມ

ການປະກອບສ່ວນ