ໝ້ຽງ / Tea

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ຊື່ວິທະຍາສາດ / ຕະກຸນ
Camellia sinensis (L.) Kuntze / Theaceae
ຊື່ພ້ອງ
Camellia arborescens Hung T. Chang & F.L. Yu
Camellia bohea (L.) Sweet
Camellia chinensis (Sims) Kuntze
Camellia sinensis f. macrophylla (Siebold ex Miq.) Kitam.
Camellia sinensis f. parvifolia (Miq.) Sealy
Camellia sinensis f. rosea (Makino) Kitam.
Camellia sinensis var. sinensis
Camellia thea Link
Camellia theifera var. macrophylla (Siebold ex Miq.) Matsum.
Camellia viridis Sweet
Thea bohea L.
Thea bohea var. stricta Aiton
Thea cantoniensis Lour.
Thea chinensis Sims
Thea cochinchinensis Lour.
Thea grandifolia Salisb.
ຊື່ອື່ນ
ຊື່ລາວ: ໝ້ຽງ, ຊາບ້ານ.
ຊື່ໄທ: ໝ້ຽງປ່າ, ໝ້ຽງ, ຊາ, ລາບໍ່, ໜໍ່ມື
ຊື່ຈີນ: 茶, cha, 绿茶 ແລະ 緑茶.
ຊື່ສາມັນ: Tea, Thea
ຊື່ຢີປຸນ: ryokucha
ບັນຍາຍລັກສະນະພືດສາດ

ຊາຈັດເປັນໄມ້ຟຸ່ມ ຫຼື ຕົ້ນໄມ້ຂະໜາດນ້ອຍ. ລຳຕົ້ນມີການແຕກກິ່ງກ້ານສາຂາຫຼາຍ, ສີນ້ຳຕານ. ໃບດ່ຽວອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກວ້າງ 1.8-3.5 ຊມ, ຍາວ 3-5 ຊມ, ກົກໃບແຫຼມ, ຂອບແສກແຂ້ວເລື່ອຍ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບທັງສອງດ້ານສີຂຽວເຂັ້ມ, ກ້ຽງ. ກ້ານໃບກົມ, ຍາວປະມານ  0.5 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກມີ 2-4 ດອກ. ກາບດອກມີ 2 ອັນ, ຮູບໄຂ່ ຫຼື ຮູບກົມ, ຂອບລຽບ, ປາຍມົນ, ສີຂຽວ. ກີບດອກມີ 4 ກີບ, ຮູບໄຂ່ກວ້າງ ຫຼື ຮູບກົມ, ຂອບລຽບ, ປາຍມົນ, ສີຂາວ. ເກສອນເພດຜູ້ມີຈຳນວນຫຼາຍ, ໂຄນເຊື່ອມຕິດກັນເປັນຫຼອດ, ຖົງລະອອງສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີ 3 ຫ້ອງ, ມີ 3 ເມັດໄຂ່, ຄໍເຕົ້າໄຂ່ຍາວ 3-5 ມມ, ປາຍແຍກເປັນ 3 ແສກ, ສີສົ້ມ. ໝາກຮູບເກືອບກົມ, ມີຂະໜາດ 2-4 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຮູບກົມ, ສີນ້ຳຕານ.

ບັນຍາຍການນຳໃຊ້

ເປັນອາຫານ: ຊາວບ້ານນິຍົມໃຊ້ໃບມາໝັກຄ້ຽວກິນເປັນອາຫານວ່າງ.

ສັບພະຄຸນ: ຮາກ ໃຊ້ເປັນຢາແກ້ຖອກທ້ອງ, ຊ່ວຍຂັບປັດສະວະ, ແກ້ອາການຕັບອັກເສບ, ຮັກສາປາກເປັນແຜ ແລະ ເປັນຢາຕ້ານເຊື້ອ. ກິ່ງ: ເປັນຢາແກ້ຫືດ, ຊ່ວຍໃຫ້ຫົວໃຈບີບຕົວແຮງຂຶ້ນ, ຮັກສາພະຍາດຫົວໃຈບວມນ້ຳ, ເປັນຢາຮັກສາແຜ ແລະ ໃຊ້ເປັນຢາຮັກສາແຜໄຟໄໝ້. ໃບ: ຕົ້ມເອົານ້ຳດື່ມເຮັດໃຫ້ບໍ່ເຫງົານອນ, ເຮັດໃຫ້ເຊົາເມຶ່ອຍ, ຊ່ວຍແກ້ອາການເຈັບຫົວ, ໜ້າມືດ, ນຳໃບມາໜື້ງແລ້ວໝັກກັບເກືອແລ້ວນຳມາອົມ ຫຼື ຄ້ຽວເຮັດໃຫ້ຊຸ່ມຄໍ, ແກ້ອາການຂາດນ້ຳໄດ້ດີ, ແກ້ອາການຮ້ອນໃນ, ບຳລຸງຫົວໃຈໃຫ້ຊຸ່ມຊືນ, ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ, ເປັນຢາແກ້ຫອບຫືດ, ຮັກສາ ແລະ ຮັກສາອາການຖອກທ້ອງ, ແກ້ທ້ອງບິດ, ໃບແຫ້ງໃຊ້ຊົງກັບນ້ຳຕານແກ້ອາການເຈັບທ້ອງ, ຊ່ວຍໃນການຍ່ອຍອາຫານ, ຂັບປັດສະວະ, ໃຊ້ຕົ້ມສະລ້າງແຜ, ຮັກສາແຜ, ແກ້ບວມ, ໃຊ້ເປັນຢາພອກແຜສຳລັບແຜຖືກໄຟໄໝ້, ຮັກສາຂີ້ກາກ ແລະ ຮັກສາອາການປວດເມື່ອຍໄດ້ດີ. ເມັດ ແລະ ນ້ຳມັນ: ໃຊ້ເປັນຢາທາພາຍນອກຮັກສາພະຍາດຜິວໜັງ, ຂີ້ກາກ, ຮັກສາແຜໄຟໄຫມ້, ນ້ຳຮ້ອນລວກ ແລະ ແຜເປື່ອຍ.

ນ້ຳມັນຫອມ: ແກ່ນນຳມາສະກັດເປັນນ້ຳມັນເພື່ອເປັນຢາ.

ເປັນສິນຄ້າ: ໃບ ແລະ ຍອດອ່ອນ ຖືກນຳໄປຜະລິດເປັນຜະລິດຕະພັນຫຼາຍຢ່າງ ເຊັ່ນ: ຊາແຫ້ງ ເພື່ອເປັນສິນຄ້າສົ່ງອອກ. ນອກຈາກນີ້ແລ້ວນ້ຳມັນທີ່ສະກັດຈາກແກ່ນຍັງເປັນສິນຄ້າສົ່ງອອກ.

ການປະກອບສ່ວນ