ຕົ້ນກະຈຽບ / Okra

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Abelmoschus esculentus (L.) Moench / Malvaceae
ຊື່ພ້ອງ
Abelmoschus bammia Webb
Abelmoschus longifolius (Willd.) Kostel.
Abelmoschus officinalis (DC.) Endl.
Abelmoschus praecox Sickenb.
Abelmoschus tuberculatus Pal & Singh
Abelmoschus tuberculatus var. deltoidefolius T.K.Paul & M.P.Nayar
Hibiscus esculentus L.
ຊື່ອື່ນ
ຊື່ໄທ: ໝາກເຂືອໝື່ນ, ໝາກກະຈຽບຂາວ, ກຣະຕາດ, ກະຈຽບມ່ອນ, ໝາກເຂືອ, ໝາກເຂືອມ່ອນ, ໝາກເຂືອພະມ້າ, ໝາກເຂືອລະໂວະ, ໝາກເຂືອຂື່ນ ແລະ ຖົ່ວເລະ.
ຊື່ສາມັນ: Okra, Lady’s finger, Gombo, Gumbo, Bendee and Quimbamto.
ບັນຍາຍລັກສະນະພືດສາດ

ຕົ້ນກະຈຽບຈັດເປັນພືດລົ້ມລຸກອາຍຸ 1 ປີ. ຮາກເປັນລະບົບຮາກແກ້ວ ແລະ ຮາກຝອຍ. ລຳຕົ້ນຕັ້ງຊື່, ສູງ 0.8-1.5 ມ, ເປັນໄມ້ເນື້ອອ່ອນ, ແຕກກິ່ງກ້ານ, ເປືອກບາງ, ສີຂາວອົມຂຽວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຝາມື, ເສັ້ນຜ່າສູນກາງ 5-30 ຊມ, ໂຄນໃບຮູບຫົວໃຈ, ຂອບແສກແຂ້ວ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວໃບສາກຊາທັງສອງດ້ານ. ກ້ານໃບຮູບກົມ, ຍາວ 7-30 ຊມ. ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍຍອດ, ດອກສົມບູນເພດ, ເມື່ອບານເຕັມທີ່ຈະມີເສັ້ນຜ່າສູນກາງ 5-7 ຊມ. ດິ້ວປະດັບມີ 7-12 ອັນ, ຮູບແຖບ ຫຼື ຮູບຫຼິ້ມ, ຍາວ 0.5-1.8 ຊມ, ກາບດອກຍາວ 2-3 ຊມ, ມີຂົ້ນອ່ອນນຸ້ມຈາຍຢ່າງໜາແໜ້ນ, ຮູບດາວ. ກີບດອກມີ 5 ກີບ, ຈັບຊ້ອນເລື່ອມກັນ, ຮູບໄຂ່ກ້ວາງ, ຍາວ 3.5-5 ຊມ, ຂອບລຽບ, ປາຍແຫຼມ ຫຼື ມົນ, ສີເຫຼືອງ, ບໍລິເວນກາງກີບດອກມີສີມ່ວງເຂັ້ມ. ເສົາເກສອນເພດຜູ້ຮູບຊົງກະບອກ, ຍາວ 2-2.5 ຊມ, ເກສອນເພດຜູ້ຈັບຢູເທິງເສົາຢ່າງໜາແໜ້ນ. ເຕົ້າໄຂ່ຈັບຢູ່ຖານກີບດອກ, ຮູບໄຂ່ ຫຼື ຮູບຫອກ, ມີຂົນປົກຄຸມຢ່າງໜາແໜ້ນ, ປາຍຮ່ວງຮັບຮູບຫົວໃຈ. ໝາກເປັນຝັກ, ຮູບຊົງກະບອກ, ຍາວ 4-20 ຊມ, ມີຮ່ອງ ຫຼື ຫຼ່ຽມຕາມແນວຍາວ, ມີ 9 ຫຼ່ຽມ, ໂດຍທົ່ວໄປພົບ 8 ຫຼ່ຽມ, ປາຍແຫຼມ. ແກ່ນຮູບກົມ, ຈັບຮຽງເປັນແຖວຕາມແນວຍາວຂອງຝັກ, ໝາກອ່ອນເປັນສີຂາວ ຫຼື ເຫຼືອງ, ແກ່ນແກ່ຈະມີສີດຳເຫຼື່ອມ ຫຼື ສີດຳປົນສີນ້ຳຕານ.

ບັນຍາຍການນຳໃຊ້

ໃຊ້ເປັນອາຫານ: ຮາກ: ນຳມາຮັບປະທານໄດ້ ແຕ່ຂ້ອນຂ້າງໜຽວ ແລະ ບໍ່ນິຍົມ. ໃບ: ຕາກແຫ້ງນຳມາປົ່ນເປັນຜົງໃຊ້ໂຮຍອາຫານ ຫຼື ປັບແຕ່ງຣົດຊາດອາຫານ. ດອກອ່ອນ ແລະ ຕາດອກສາມາດຮັບປະທານໄດ້. ໝາກອ່ອນ: ໃຊ້ຫຼວກກິນກັບແຈ່ວ, ນຳມາແກງ ຫຼື ເຮັດເມນູອາຫານຕ່າງໆໄດ້ຫຼາກຫຼາຍຢ່າງ, ໝາກກະຈຽບນຳເອົາມາປະສົມອາຫານເພື່ອເພີ່ມປະລິມານ ແລະ ປັບປຸງອາຫານ ແລະ ເຂົ້າໜົມໃຫ້ດີຂື້ນ, ແປຮູບເປັນກະຈຽບແຫ້ງ, ກະຈຽບຜົງສາມາດນຳມາເປັນຊາຊົງດື່ມໄດ້. ແກ່ນກະຈຽບນຳມາຂົ້ວແລ້ວບົດສາມາດນຳມາໃຊ້ແທນເມັດກາເຟ ຫຼື ນຳໃຊ້ໃນການແຕ່ງກິ່ນກາເຟ, ແປ້ງທີ່ນຳມາບົດສາມາດນຳມາເຮັດເຂົ້າໜົມ ຫຼື ເຕົ້າເຮັດນ້ຳເຕົ້າຮູ້ ແລະ ນຳມາປະສົມກັບແປງສາລີເຮັດເຂົ້າໜົມປັງ.

ສັບພະຄຸນທາງການຢາ: ຮາກ ນຳມາຕົ້ມດື່ມຮັກສາພະຍາດໄຊຟີລິດ (Syphilis). ໃບ: ຊ່ວຍຂັບເຫື່ອ ແລະ ຮັກສາພະຍາດປາກນົກກະຈອກ. ເສັ້ນໄຍຈາກກະຈຽບຊ່ວຍກຳຈັດໄຂມັນປະລິມານສູງໃນຖົງນ້ຳດີ ເຊິ່ງຊ່ວຍລົດໄຂມັນ ແລະ ຄໍເຣັດສເຕີໂຣໄດ້ດີ. ດອກ: ນຳມາຕຳຮັກສາຝີໄດ້. ໝາກ: ສາມາດລົດນ້ຳຕານໃນເລືອດ, ປ້ອງກັນພະຍາດເບົາຫວານ, ປ້ອງກັນພະຍາດຫຼອດເລືອດຕີບ, ພະຍາດເບົາຫວານ, ບຳລຸງສະໝອງ, ຮັກສາຄວາມດັນເລືອດໃຫ້ຄົງທີ, ແກ້ຫວັດ, ໃຊ້ເປັນຢາລະບາຍ, ແກ້ອາການເຈັບທ້ອງບິດ, ປ້ອງກັນ ແລະ ຮັກສາແຜໃນກະເພາະອາຫານລວມເຖິງແຜໃນລຳໄສ້, ຊ່ວຍບຳລຸງຕັບ, ກຳຈັດສານພິດອອກຈາກຮ່າງກາຍ ແລະ ລົດຄໍເຣັດສເຕີໂຣ.

ເປັນສິນຄ້າ: ໝາກ ແລະ ເມືອກໝາກກະຈຽບໃຊ້ເປັນສ່ວນປະສົມຂອງຢາຖ່າຍພະຍາດຂີ້ກະຕືກ, ເມືອກ: ໃຊ້ຜະລິດແຄັບຊູນບັນຈຸຢາ ຫຼື ໃຊ້ເຄືອບຕົວຢາ.

ການປະກອບສ່ວນ