ປາກະໂທງນ້ອຍ / Wrestling halfbeak

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Dermogenys pusilla Kuhl & van Hasselt, 1823 / Hemiramphidae
ຊື່ພ້ອງ
ຊື່ອື່ນ
ພັນລະນາລັກສະນະສັນຖານ

ລຳຕົວຮຽວຍາວທົງກະບອກ, ປາກເປີດອອກດ້ານເທີງ, ຈະງອຍປາກຍິ່ນຍາວ, ຄາງກະໄຕລຸ່ມຍາວກວ່າຄາງກະໄຕເທີງປະມານໜື່ງເທົ່າ. ຄາງກະໄຕເປັນແຜ່ນແປຮູບສາມຫຼ່ຽມເມື່ອເບີ່ງຈາກດ້ານເທິງ, ຄີຫຼັງ ແລະ ຄີກົ້ນຂ້ອນໄປທາງສ່ວນທ້າຍລຳຕົວ, ກົກຄີຫຼັງຍາວເທົ່າກັບຖານຄີກົ້ນ, ແຕ່ຈຸດກຳເນິດຂອງຄີກົ້ນຢູ່ໜ້າຈຸດກຳເນີດຂອງຄີຫຼັງ, ຄີຫາງກົມມົນ. ລຳຕົວສີຂາວເຫຼືອມ, ດ້ານເທີງຈະມີສີເຫຼືອງຂຽວ, ໃນປາເພດຜູ້ຄີເອິກ ແລະ ຄີທ້ອງຈະມີສີແດງອົມສົ້ມ, ຂະໜາດຍາວສຸດ 7 ຊັງຕິແມັດ.

ບັນຍາຍການນຳໃຊ້

ສາມາດນຳໄປລ້ຽງເປັນປາສວຍງາມໃນອ່າງບົວ, ໃນບາງພື້ນທີ່ນິຍົມນຳມາກັດກັນເພື່ອຄວາມບັນເທີງ. ນອກນັ້ນຍັງນຳມາປະກອບເປັນອາຫານໄດ້ຫຼາຍປະເພດເຊັ່ນ: ປີ້ງ, ປາແຫ້ງ.

ການສຶບພັນ ແລະ ວົງຈອນຊີວິດ

adult

ສາມາດພົບໄດ້ໃນແຫຼ່ງນ້ຳນິ້ງ ແລະ ນ້ຳໄຫຼ, ພົບທັງໃນບືງ ແລະ ຫຼ້ວຍທີ່ມີນ້ຳໄຫຼ. ເມື່ອລະດູຝົນພວກມັນຈະເຄື່ອນຍ້າຍໄປຕາມນ້ຳເພື່ອວາງໄຂ່ ແລະ ຫາກິນ.

ການປະກອບສ່ວນ