ກະຊາຍຫີນ / Rocky Fingerroot Ginger

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Boesenbergia parvula (Wall. ex Baker) Kuntze / Zingiberaceae
ຊື່ພ້ອງ
Boesenbergia gelatinosa K.Larsen
Boesenbergia jahaiana Meekiong & C.K.Lim
Boesenbergia phyllostachya (Gagnep.) K.Larsen
Gastrochilus parvulus Wall. ex Baker
Gastrochilus phyllostachyus Gagnep.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີເຫງົ້າໃຕ້ດິນ, ສູງ 10-50 ຊັງຕິແມັດ. ເຫງົ້າຮຽວຍາວ, ສີຂາວ ຫຼື ສີບົວ, ອວບໜາ. ລຳຕົ້ນອວບໜາ, ມີຂໍ້, ແຕກກີ່ງ, ມີກາບຫຸ້ມສີແດງ ຫຼື ສີບົວ. ໃບ 5-7, ຈັບໜາແໜ້ນບໍລິເວນປາຍຍອດ. ກ້ານໃບຍາວເຖິງ 2 ຊັງຕິແມັດ. ລີ້ນໃບແຍກເປັນສອງແສກ. ແຜ່ນໃບຮູບໄຂ່, ທ້ອງໃບມັກເປັນສີແດງ, ກ້ຽງທັງສອງດ້ານ. ຊໍ່ດອກເກີດຈາກປາຍລຳຕົ້ນ. ກ້ານຊໍ່ດອກຍາວ 1 ຊັງຕິແມັດ, ສີຂາວ. ຊໍ່ດອກຮູບກະສວຍ. ໃບປະດັບຮູບຫອກ, ປາຍແຫຼມ, ສີຂຽວປົນສີແດງ. ດອກ 3-10, ສີເຫຼືອງອ່ອນ ປົນສີແດງ. ກາບດອກເປັນຫຼອດ, ປາຍເປັນຄື້ນ.  ຫຼອດດອກຍາວ 3 ຊັງຕິແມັດ, ສີຂາວ, ກ້ຽງ; ປາຍແຍກເປັນ 3 ແສກ, ແສກເທີງປາຍແຫຼມ, ແສກຂ້າງປາຍມົນ, ຮູບໄຂ່, ສີຂາວ, ກ້ຽງ. ກີບປາກຮູບຖົງ ຫຼື ມົນກົມ, ສີເຫຼືອງອ່ອນ ຫຼື ສີຂາວ ປົນສີແດງ. ກີບຄູ່ຂ້າງຮູບໄຂ່ກັບ, ສີຂາວ, ກ້ຽງ. ເກສອນຜູ້ຍາວ 7 ມີນລີແມັດ, ສີເຫຼືອງອ່ອນ ຫຼື ສີຂາວ. ໝາກຮຽວຍາວ 10 ມີນລີແມັດ.

ບັນຍາຍການນຳໃຊ້

ເປັນພືດທີ່ສາມາດກີນດອກ ແລະ ໜໍ່ອ່ອນໄດ້ ມີລົດຊາດເຜັດເລັກໜ້ອຍຄ້າຍຫົວຂ່າ ຫຼື ຫົວຂີງ. ສາມາດນຳມາປະສົມກັບຜັກເຮັດຊູບຜັກ ຫຼື ແກງໃສ່ໄກ່. 

ການປະກອບສ່ວນ