ກະຊາຍໃບດ່າງ / Variegated Leaf Fingerroot Ginger

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Boesenbergia bella Mood & L.M.Prince / Zingiberaceae
ຊື່ພ້ອງ
ຊື່ອື່ນ
ສະຖານະພາບການອະນຸລັກ
Near Threatened
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີເຫງົ້າໃຕ້ດິນ, ສູງເຖິງ 40 ຊັງຕິແມັດ. ເຫງົ້າແຕກກີ່ງງ່າ, ດ້ານໃນເປັນສີສົ້ມ. ມີ 10-15 ຕົ້ນຕໍ່ເຫງົ້າ. ໃບ 2-3 ຕໍ່ຕົ້ນ. ລີ້ນໃບແຍກເປັນສອງແສກ. ແຜ່ນໃບຮູບຮີ, ດ້ານເທີງເປັນດ່າງສີເທົາປົນສີຂຽວງົດງາມ. ຊໍ່ດອກເກີດທີ່ປາຍຍອດ; ກ້ານຊໍ່ດອກຍາວ 0.5 ຊັງຕິແມັດ, ສີຂາວ, ມີຂົນ; ຊໍ່ຍາວ 11 ຊັງຕິແມັດ; ໃບປະດັບຮູບຫອກ, ມີຂົນສີຂາວ, ປາຍແຫຼມ. ດອກສີຂາວປົນສີແດງ. ກາບດອກເປັນຫຼອດຍາວ 0.7 ມີນລີແມັດ, ມີຂົນເລັກນ້ອຍ, ປາຍແຍກເປັນແສກ. ຫຼອດດອກຍາວ 2.6 ຊັງຕິແມັດ, ປາຍແຍກເປັນ 3 ແສກ, ແສກເທີງຮູບຂອບຂະໜານ,  ກ້ຽງ, ປາຍແຫຼມ; ແສກຂ້າງປາຍມົນ. ກີບປາກເປັນຖົງ ຫຼື ມົນ, ສີຂາວ ປົນສີແດງ. ກີບຄູ່ຂ້າງ ຮູບໄຂ່, ສີຂາວ, ກ້ຽງ, ປາຍມົນ. ເກສອນຜູ້ຍາວ 1 ຊັງຕິແມັດ. ເຕົ້າໄຂ່ມີສາມຫ້ອງ.

ບັນຍາຍການນຳໃຊ້

ເປັນອິກໜື່ງຊະນິດທີ່ນີຍົມເກັບຈາກປ່າ ແລ້ວສົ່ງອອກຕ່າງປະເທດເພື່ອຂາຍເປັນພືດປະດັບ, ເຮັດໃຫ້ພືດຊະນີດນີ້ມີຄວາມສ່ຽງຕໍ່ການສູນພັນ. ໃນອານາຄົດມີປະສິດທີພາບສູງໃນການພັດທະນາເປັນພືດປະດັບ. 

ການປະກອບສ່ວນ