ກະຊາຍຢວກ / Pure White Fingerroot Ginger

ການນຳໃຊ້
ອາຫານ
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Boesenbergia alba (K.Larsen & R.M.Sm.) Mood & L.M.Prince / Zingiberaceae
ຊື່ພ້ອງ
Caulokaempferia alba K.Larsen & R.M.Sm.
Jirawongsea alba (K.Larsen & R.M.Sm.) Picheans.
ຊື່ອື່ນ
Thai: เปราะภูดอกขาว
ບັນຍາຍລັກສະນະພືດສາດ

ເປັນພືດມີເຫງົ້າໃຕ້ດິນ, ສູງ 1 ແມັດ. ເຫງົ້າມົນກົມ, ມີຮາກສະສົມອາຫານຮູບຮີຮຽວຍາວ, ມີຮາກຝອຍກະຈາຍ. ລຳຕົ້ນຕັ້ງຊື່, ຫຸ້ມດ້ວຍກາບໃບ. ລີ້ນໃບເປັນແຜ່ນບາງ, ປາຍແຍກເປັນສອງແສກບໍ່ເທົ່າກັນ. ກ້ານໃບສັ້ນໆ. ແຜ່ນໃບຮູບຮີ ຫຼື ຮູບຫອກຮຽວຍາວ, ກ້ຽງທັ້ງສອງດ້ານ. ຊໍ່ດອກເກີດຈາກປາຍຍອດຂອງລຳຕົ້ນ, ມີ 10-20 ດອກຕໍ່ຊໍ່. ໃບປະດັບຮູບຫອກ-ຮູບໄຂ່, ສີຂຽວ. ດອກສີຂາວ, ມີແຕ້ມສີເຫຼືອງດ້ານໃນ. ກາບເປັນຫຼອດ,ສີຂາວ. ຫຼອດດອກຍາວ 6 ຊັງຕິແມັດ, ປາຍແຍກເປັນ 3 ແສກ; ແສກເທີງຮູບຂະໜານ, ສີຂາວ, ແສກຂ້າງປາຍມົນ, ສີຂາວ. ກີບປາກເປັນແຜ່ນມົນ, ມີຈຸດສີເຫຼືອງດ້ານໃນ. ກີບຄູ່ຂ້າງຮູບໄຂ່ກັບ, ສີຂາວ. ເກສອນສີເຫຼືອງອ່ອນ. ເຕົ້າໄຂ່ຮູບຂອບຂະໜານ. ໝາກຮູບຂອບຂະໜານ ຫຼື ຮູບໄຂ່.

ບັນຍາຍການນຳໃຊ້

ດອກສາມາດກີນໄດ້ ແລະ ມີຄວາມສວຍງາມສາມາດພັດທະນາເປັນດອກໄມ້ປະດັບໃນອານາຄົດໄດ້.

ການປະກອບສ່ວນ