ຂ່ານ້ຳ / False Cardamom Ginger

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alpinia mutica Roxb. / Zingiberaceae
ຊື່ພ້ອງ
Alpinia korthalsii K.Schum.
Alpinia laxiflora Gagnep.
Languas korthalsii (K.Schum.) Merr.
Languas laxiflora (Gagnep.) Merr.
Renealmia mutica (Roxb.) Salisb.
Catimbium muticum (Roxb.) Holttum
Languas mutica (Roxb.) Merr.
ຊື່ອື່ນ
ບັນຍາຍລັກສະນະພືດສາດ

ເກິດເປັນສຸ່ມ, ລຳຕົ້ນສູງເຖິງ 3 ແມັດ. ໃບຮູບຂອບຂະໜານ ຍາວເຖິງ 1 ແມັດ, ກ້ຽງດ້ານເທິງ, ດ້ານລຸ່ມມີຂົນ. ລີ້ນໃບຮູບສາມຫຼ່ຽມ, ປາຍແຫຼມ, ຂົນຫຍາບຊາ. ຊໍ່ດອກເກີດຢູ່ປາຍຍອດ, ຕັ້ງຊື່, ມີດອກຈຳນວນຫຼາຍ. ດອກສີຂາວປົນສີເຫຼືອງ, ມີເສັ້ນສີແດງກະຈາຍ. ດອກຈຸ້ມຮູບຮີ, ສີຂາວ. ໃບປະດັບຮູບໃບຫອກ, ເມື່ອແຫ້ງເປັນສີນ້ຳຕານ, ມີຂົນ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນສາມແສກນ້ອຍໆ, ມີຂົນອ່ອນນຸ້ມ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນສາມແສກ ຮູບຮີ-ຮູບຂອບຂະໜານ ຍາວປະມານ 1 ຊັງຕິແມັດ. ກີບປາກຮູບໄຂ່ກວ້າງ, ປາຍແຍກເປັນສອງແສກ, ຂອບເປັນຄື່ນຫຍໍ້ຍັບ, ເຄີ່ງກາງຈະມີເສັ້ນສີແດງກະຈາຍ, ໃກ້ຂອບຈະເປັນສີເຫຼືອງ, ກີບຄູ່ຂ້າງເປັນຕີ່ງຮູບແຖບ, ປາຍແຫຼມ, ສີແດງ. ເຕົ່າໄຂ່ມົນກົມ, ມີຂົນກະຈາຍ. ໝາກມີຂົນ, ເມື່ອສຸກເປັນສີແດງ ຫຼື ສີສົ້ມ. ເມັດຮູບໄຂ່, ເມື່ອແກ່ເປັນສີດຳ.

ນິເວດວິທະຍາ: ເປັນພືດມັກເກີດບ່ອນທີ່ເປັນດີນຊາຍ, ພົບຕາມປ່າປະສົມປ່ຽນໃບ, ແຄມແມ່ນ້ຳ ໂດຍສະເພາະແມ່ນນ້ຳຂອງ, ແຄມນ້ຳງື່ມ. ຢູ່ແຕ່ລະດັບ 200-500 ແມັດ

ບັນຍາຍການນຳໃຊ້

ຊໍ່ດອກອ່ອນແມ່ນນິຍົມນຳມາເຮັດເປັນອາຫານ ໂດຍສະເພາະແມ່ນເຜົາຕໍາແຈ່ວ ກີນກັບລວກຜັກ. ຕາມລະດູການມັກພົບເຫັນຕາມທ້ອງຕະຫຼາດທ້ອງຖີ່ນ. ປະມານເດືອນ ມີນາ-ເມສາ ມີການເກັບດອກອ່ອນຂາຍ.

ການປະກອບສ່ວນ