ຂ່າຫຼາວ / Kha Rao

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alpinia oxymitra K.Schum. / Zingiberaceae
ຊື່ພ້ອງ
Alpinia comosa Ridl. [Illegitimate]
Alpinia macrocarpa Gagnep.
Cenolophon oxymitrum (K.Schum.) Holttum
ຊື່ອື່ນ
Thai name: Rao, Kavanh, Kouay Nou Sang, Kha Khom, Poud Ngai
ບັນຍາຍລັກສະນະພືດສາດ

ເກີດເປັນສຸ່ມ, ສູງປະມານ 3 ແມັດ. ມີໃບ 10-18 ໃບ, ແຜ່ນໃບ ຮູບຂອບຂະໜານ ຫຼື ຮູບແຄບ, ປາຍໃບຮຽວແຫຼມ, ໂຄນຮູບຫຼີ້ມ, ຂອບລຽບ. ຊໍ່ດອກແບບກະຈະ, ເກີດຢູ່ປາຍລຳຕົ້ນ, ຊໍ່ຫ້ອຍລົງ, ຊົງຮີ. ກ້ານຊໍ່ຍາວ 16 ຊມ. ດອກສີຄຣິມ, ຂາວປົນເຫຼືອງ. ໃບປະດັບຮູບຂອບຂະໜານ, ແຫ້ງ ແລະ ຫຼົ່ນງ່າຍ. ໃບປະດັບຍ່ອຍຮູບແຄບ, ປາຍມີຂົນ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກເລິກດ້ານໜື່ງ, ປາຍສຸດມີ 3 ແສກນ້ອຍ.  ກີບດອກໂຄນເຊື່ອມກັນເປັນຫຼອດ, ປາຍແຍກເປັນສາມແສກ, ຮູບຂອບຂະໜານ, ສີຂາວ. ກີບປາກສີຂາວນວນ, ໂຄນກີບສີເຫຼືອງອ່ອນ. ມີຈຸສີແດງ, ຮູບໄຂ່. ກີບຄູ່ຂ້າງເປັນຕິ່ງແຫຼມ. ເກສອນຜູ້ຍາວ 1.5 ຊັງຕິແມັດ. ເຕົ້າໄຂ່ຍາວປະມານ 6 ມີນລີແມັດ. 

ຮູບປະກອບຈາກ: https://inaturalist.nz/taxa/881245-Alpinia-oxymitra

ບັນຍາຍການນຳໃຊ້

ເປັນຂ່າອິກຊະນິດໜື່ງທີ່ມີດອກສວຍງາມສາມາດນຳມາເປັນພືດປະດັບ, ຊໍ່ດອກອ່ອນກໍ່ຍັງໃຊ້ເປັນອາຫານກັບແຈ່ວ, ປົ້ນປາ ແລະ ກ້ອຍ.

ການປະກອບສ່ວນ