ຫຍ້າຄອບ ຫຼື ຫຍ້າຣີແພ / Barbed grass

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Centotheca lappacea (L.) Desv. / Poaceae
ຊື່ພ້ອງ
Andropogon latifolius (L.) Kunth
Anthoxanthum pulchellum D.Dietr.
Anthoxanthum pulcherrimum Lour.
Cenchrus lappaceus L.
Centosteca lappacea (L.) Desv.
Centotheca lappacea subsp. inermis (Rendle) T.Koyama
Centotheca lappacea var. inermis Rendle
Centotheca lappacea var. lappacea
Centotheca lappacea var. longilamina (Ohwi) Bor
Centotheca latifolia Trin.
Centotheca latifolia var. inermis (Rendle) Sasaki
Centotheca longilamina Ohwi
Centotheca parviflora Andersson
Cynosurus ciliaris Raspail
Festuca blepharophora Roem. & Schult.
Festuca ciliaris B.Heyne ex Roem. & Schult.
Festuca virgata B.Heyne ex Steud.
Hierochloe latifolia (L.) Kunth
Holcus latifolius Osbeck
Melica diandra Roxb.
Melica lappacea (L.) Raspail
Melica philippensis Llanos
Melica refracta Roxb.
Oplismenus magellanicus (Lam.) Roem. & Schult.
Panicum festuciforme Hochst. ex Hook.f.
Panicum magellanicum Lam.
Poa latifolia (Osbeck) G.Forst.
Torresia biflora Roem. & Schult.
Torresia latifolia (Osbeck) P.Beauv. ex Roem. & Schult.
Uniola lappacea (L.) Trin.
ຊື່ອື່ນ
Lao: ຫຍ້າຄອບ, ຫຍ້າຣີແພ, ຫຍ້າຮຸບ
Thai: ຫຍ້າຣີແພ, ຫຍ້າອີ໋ຍຸ່ມ.
Eng: Barbed grass
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ອາຍຸຫຼາຍປີ, ລໍາຕົ້ນມີລັກສະນະເປັນຂໍ້ປ້ອງຊົງກົມ, ຂະໜາດນ້ອຍ, ສູງ 30-70 ຊັງຕີແມັດ, ລໍາຕົ້ນຫຸ້ມດ້ວຍກາບໃບ, ສີຂຽວອົມມ່ວງ, ລໍາຕົ້ນເປັນປ້ອງນ້ອຍ, ອ່ອນ ແລະ ຫົກງ່າຍ, ແຕ່ໜຽວເດັດດ້ວຍມືໄດ້ຍາກ, ກົກລໍາຕົ້ນແຕກໜໍ່ແຍກເປັນຕົ້ນໃໝ່ ແລະ ກາຍເປັນກໍໃຫຍ່ໄດ້. ໃບເປັນໃບດ່ຽວ, ມີກາບໃບສີຂຽວອົມມ່ວງຫຸ້ມລໍາຕົ້ນຕັ້ງແຕ່ບໍລິເວນເທິງຂໍ້ຂຶ້ນມາ, ໃບກວ້າງ 1.5-3 ຊັງຕີແມັດ ແລະ ຍາວ 5-20 ຊັງຕີແມັດ, ປາຍໃບແຫຼມ, ແຜ່ນໃບລຽບ ມີສີຂຽວເຂັ້ມ. ອອກດອກເປັນຊໍ່ຂະແໜງຄ້າຍກັບຊໍ່ຂອງດອກຫຍ້າທົ່ວໄປ, ຊໍ່ດອກຈະອອກບໍລິເວນຍອດຂອງລໍາຕົ້ນ, ກ້ານຊໍ່ດອກຍາວ 15-45 ຊັງຕີແມັດ, ດອກຍ່ອຍປະກອບມີ 10-30 ດອກ, ດອກຍ່ອຍມີກ້ານດອກສັ້ນໆ. ແກ່ນຫຍ້າຣີແພມີລັກສະນະຮູບຮີຍາວ, ກວ້າງ 2-3 ມິນລີແມັດ ແລະ ຍາວ 4-6 ມິນລີແມັດ, ແກ່ນອ່ອນມີສີຂຽວ ແກ່ນແກ່ມີສີເຫຼືອງ, ບໍລິເວນກາບຫຸ້ມແກ່ນດ້ານລຸ່ມມີຕິ່ງແຫຼມຄ້າຍໜາມ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ: 
   - ຫຍ້າຣີແພໃຊ້ປູກເປັນອາຫານສັດເຊັ່ນ: ງົວ, ຄວາຍ.
   - ຫຍ້າຣີແພເປັນພືດເສດຖະກິດສະໝຸນໄພຕົວໃໝ່.
   - ຮັກສາສົມດູນ ແລະ ຊ່ອມແຊມໂຄງສ້າງກະດູກ ແລະ ກ້າມເນື້ອໃນຮ່າງກາຍ, ລວມເຖິງຊ່ວຍໃນການດູດຊຶມແຮ່ທາດທີ່ສໍາຄັນຕໍ່ລະບົບກະດູກ ແລະ ກ້າມເນື້ອເຊັ່ນ: ຟອດຟໍຣັດ, ແມັກນິຊຽມ ແລະ ແຄວຊຽມ.
   - ຊ່ວຍຟື້ນຟູຮັກສາແຜໃຫ້ຫາຍໄວຂຶ້ນ.
   - ປ້ອງກັນການຕິດເຊື້ອໃນລະບົບທາງເດີນປັດສະວະ.
   - ຊ່ວຍກະຊັບຊ່ອງຄອດຫຼັງເກີດລູກ.
   - ຊ່ວຍບີບມົດລູກໃຫ້ແຫ້ງ, ຊ່ວຍໃຫ້ມົດລູກເຂົ້າອູ່ໄວຂຶ້ນ.
   - ຊ່ວງຮັກສາແຜໃນຊ່ອງຄອດຫຼັງເກີດລູກ.
   - ຊ່ວຍບໍາລຸງຮ່າງກາຍ.
   - ຊ່ວຍໃຫ້ຜິວພັນກະຈ່າງໃສ.
   - ຊ່ວຍແກ້ປວດເມື່ອຍຕາມຮ່າງກາຍ.
   - ຊ່ວຍຮັກສາລິດສີດວງ.

ການປະກອບສ່ວນ