ຫຍ້າຝອຍນ້ອຍ

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Utricularia minutissima Vahl / Lentibulariaceae
ຊື່ພ້ອງ
Utricularia brevilabris Lace
Utricularia brevilabris var. parviflora Pellegr.
Utricularia calliphysa Stapf
Utricularia evrardii Pellegr.
Utricularia lilliput Pellegr.
Utricularia minutissima f. albiflora (Komiya) Komiya & Shibata
Utricularia nigricaulis Ridl.
Utricularia nipponica Makino
Utricularia nipponica f. albiflora Komiya
Utricularia pygmaea R. Br.
Utricularia siamensis Ostenf.
Vesiculina pygmaea (R. Br.) Raf.
ຊື່ອື່ນ
Thai: ຫຍ້າຝອຍນ້ອຍ, ທິບເກສອນ
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຫຍ້າຝອຍນ້ອຍຈັດເປັນພືດລົ້ມລຸກຂະໜາດນ້ອຍທີ່ມີອາຍຸປີດຽວ ຫຼື ຫຼາຍປີ. ໃບເປັນໃບດ່ຽວອອກລຽງສະລັບ, ເປັນຮູບແຖບ, ເປັນພືດກິນແມງໄມ້, ມີຖົງຈັບແມງຢູ່ລໍາຕົ້ນ ແລະ ໃບ, ມີລັກສະນະເປັນຮູບໄຂ່ປາຍມີຕີ່ງແຂງ, ປາຍແຫຼມຊື່. ອອກດອກເປັນຊໍ່ແບບກະຈະ, ກ້ານຊໍ່ດອກຍາວ 10-20 ຊັງຕີແມັດ, ມີໃບປະດັບລຽງແບບວຽນ, ເປັນຮູບຫອກປາຍແຫຼມ, ກາບດອກມີສີເຫຼືອງເປັນຮູບຫອກມີຂົນ, ກີບດອກມີສີມ່ວງປົນຂາວ, ກີບເທິງນ້ອຍກວ່າກີບລຸ່ມ. ໝາກກົມມີຂົນແບບແບບປຸ່ມນ້ອຍ, ດອກຈະອອກລະຫວ່າງເດືອນສິງຫາ-ເດືອນກັນຍາ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ: 
   - ໃຊ້ປູກເປັນໄມ້ປະດັບໄດ້ໃນພື້ນດີນຊາຍບ່ອນມີຄວາມຊຸ່ມໃນຊ່ວລະດູຝົນ

ການປະກອບສ່ວນ