ຫຍ້າຄົມປາວ / Nutrush

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Scleria levis Retz. / Cyperaceae
ຊື່ພ້ອງ
Carex laevis (Retz.) J.F.Gmel.
Juncus zeilanicus Houtt.
Scleria alata Moon
Scleria alta Boeckeler
Scleria bulusanensis Elmer
Scleria dietrichiae Boeckeler
Scleria hebecarpa Nees
Scleria hebecarpa var. pubescens (Steud.) C.B.Clarke
Scleria japonica Steud.
Scleria levis var. pubescens (Steud.) C.Z.Zheng
Scleria melanosperma Nees & Arn. ex Boeckeler
Scleria pubescens Steud.
Scleria sumatrensis var. pubescens Miq.
Scleria vestita Boeckeler
Scleria villosula Wall.
Scleria wichurae Boeckeler
Scleria zeylanica Poir.
Scleria zeylanica var. angustifolia Thwaites ex Boeckeler
ຊື່ອື່ນ
Thai: ຫຍ້າສາມຄົມ, ຄົມບາງ, ພຸງເມ່ນ, ຄົມປາວ.
ບັນຍາຍລັກສະນະພືດສາດ

ຕົ້ນຫຍ້າຄົມປາວຈັດເປັນພືດລົ້ມລຸກ, ມີອາຍຸໄດ້ຫຼາຍປີ, ມີເຫງົ້າຢູ່ໃຕ້ດີນ, ລັກສະນະເປັນຂໍ້ແຂງໆ, ມີລໍາຕົ້ນໄດ້ສູງຮອດ 1.5 ຊັງຕິແມັດ, ລໍາຕົ້ນເທິງດິນຮຽວຍາວເປັນສັນສາມຫຼ່ຽມຄົມ, ຜິວລຽບ ຫຼື ມີຂົນ, ກາບໃບແຜ່ເປັນຄີບ. ໃບເປັນໃບດ່ຽວອອກລຽງສະລັບຊ້ອນກັນເປັນ 3 ເສົ້າ, ລັກສະນະຂອງໃບເປັນຮູບຫຼອກແຄບຍາວ, ກວ້າງ 1 ຊັງຕິແມັດ ແລະ ຍາວໄດ້ຮອດ 1 ແມັດ, ຜິວໃບລຽບຮອດມີຂົນ. ອອກດອກເປັນຊໍ່ແບບແຍກຂະແໜງ, ຍາວ 8-10 ຊັງຕິແມັດ, ໂດຍຈະອອກຢູ່ປາຍຍອດ, ດອກເປັນແບບແຍກເພດແຕ່ຢູ່ໃນຕົ້ນດຽວກັນ, ດອກມີຈໍານວນຫຼາຍ, ສີນໍ້າຕານ, ບໍ່ມີກີບດອກ, ມີວົງໃບປະດັບຮັບຮອງ. ໝາກເປັນໝາກແຫ້ງບໍ່ແຕກ, ລັກສະນະຂອງໝາກເປັນຮູບຊົງກົມ ຫຼື ຮູບໄຂ່ແກມຮູບຊົງກົມ, ຜິວມັນເປັນສີຂາວ, ຖານໝາກຍາວຄຸມເຄິ່ງໜຶ່ງຂອງໝາກ, ປາຍເປັນຕິ່ງໜາມ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ: 
   - ໝາກໃຊ້ເປັນຢາແກ້ໄອ.
   - ຮາກໃຊ້ຕົ້ມກັບນໍ້າດື່ມຕ່າງນໍ້າຊາເປັນຢາແກ້ພະຍາດກະເພາະ.
   - ທັງຕົ້ນໃຊ້ປະສົມກັບພືດຊະນິດອື່ນນໍາມາຕົ້ມກັບນໍ້າດື່ມເປັນຢາແກ້ພະຍາດຕັບພິການ ແລະ ຝີໃນທ້ອງ.
 

ຂໍ້ຄວນລະວັງ: ສ່ວນຂອງຕົ້ນ ແລະ ໃບ ຖ້າໃຊ້ມືດຶງ ຫຼື ຫາກຖືກຮ່າງກາຍໂດຍບໍ່ລະວັງກໍ່ອາດຈະເຮັດໃຫ້ບາດໄດ້.

ການປະກອບສ່ວນ