ຫຍ້າຂີ້ກາກ / Tall Yellow-eyed grass

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Xyris indica L. / Xyridaceae
ຊື່ພ້ອງ
Ramotha vera Raf.
Xyris calocephala Miq.
Xyris capito Hance
Xyris paludosa R.Br.
Xyris robusta Mart.
ຊື່ອື່ນ
Thai: ກະຖິນທຸ່ງ, ຫຍ້າບົວ, ຫຍ້າກະທຽມ, ກະຖິນນາ.
Eng: Yellow-eyed grass
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຫຍ້າຂີ້ກາກເປັນພືດລົ້ມລຸກທີ່ມີອາຍຸປີດຽວ, ມີລໍາຕົ້ນສັ້ນໆ, ຢູ່ໃຕ້ດິນ, ສູງ 30 ຊັງຕິແມັດ. ໃບແຕກຈາກລໍາຕົ້ນເປັນກໍ່ເທິງດິນ, ໃບເປັນໃບດ່ຽວບໍ່ມີກ້ານ, ແຜ່ນໃບມີລັກສະນະເປັນແຖບຍາວປາຍຮຽວແຫຼມ, ແຜ່ນໃບແປ ຫຼື ມີຮູບຮ່າງຕາມລວງຍາວ, ໃບກວ້າງ 1 ຊັງຕິແມັດ ແລະ ຍາວ 50 ຊັງຕີແມັດ. ດອກອອກເປັນຊໍ່ແບບດອກຍ່ອຍອອກຕິດໆກັນ, ຢູ່ປາຍກ້ານຊໍ່ດອກຄືເປັນດອກດ່ຽວເປັນຮູບຊົງກະບອກ, ກ້ານຊໍ່ດອກຍາວຊູດອກຢູ່ເທິງກຸ່ມໃບ, ດອກຍ່ອຍແຕ່ລະດອກມີໃບປະດັບສີນໍ້າຕານຮອງຮັບ, ກາບດອກມີ 3 ກາບ, ເປັນເຍື່ອບາງຂະໜາດບໍ່ເທົ່າກັນ, ກາບໜຶ່ງໃຫຍ່ມີລັກສະນະເປັນຈະງອຍ ອີກສອງກີບນ້ອຍ, ກີບດອກເປັນສີເຫຼືອງສົດມີ 3 ກີບ. ໝາກເປັນໝາກດ່ຽວແບບແຫ້ງແກ່ແລ້ວແຕກ, ພາຍໃນໝາກມີແກ່ນຂະໜາດນ້ອຍ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ທັງຕົ້ນໃຊ້ປະສົມກັບໄຫຼຫຍ້າຊັນກາດ ແລະ ຮາກຄາມປ່າ ຕົ້ມນໍ້າດື່ມຊ່ວຍບໍາລຸງກໍາລັງ, ໃຊ້ພາຍນອກຮັກສາຂີ້ກາກ.
   - ລໍາຕົ້ນຮັກສາກາກເກື້ອນ.

ການປະກອບສ່ວນ