ໝາກຈອງ / Asian Pear

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Pyrus pyrifolia (Burm.f.) Nakai / Rosaceae
ຊື່ພ້ອງ
Ficus pyrifolia Burm.f.
Pyrus pyrifolia var. pyrifolia
Pyrus serotina Rehder
ຊື່ອື່ນ
Thai: ສາລີ່
Eng: Asian pear, Chinese pear, Nashi pear, Korean pear, Japanese pear, Taiwan pear, Sand pear
ບັນຍາຍລັກສະນະພືດສາດ

ຕົ້ນໝາກຈອງເປັນໄມ້ຢືນຕົ້ນ, ມີຮູບຊົງຄ້າຍພີຣະມິດ, ມີຖິ່ນກໍາເນີດໃນພາກຕາເວັນຕົກຂອງຈີນ. ອອກດອກເປັນຊໍ່ສີຂາວ. ໝາກມີລັກສະນະຄືໝາກມົນກົມ, ມີຫຼາຍສີຕັ້ງແຕ່ສີເຫຼືອງ, ຂຽວ, ແດງອົມສົ້ມ ແລະ ນໍ້າຕານ, ໂດຍເນື້ອອ່ອນນຸ້ມຈະມີລັກສະນະກອບ ແລະ ອວບນ້ຳ (ແຕ່ບາງສາຍພັນຈະເປັນເນື້ອຊາຍ) ມີລົດຫວານອົມສົ້ມເລັກນ້ອຍ, ເນື້ອມີກິ່ນຫອມ, ມີແກ່ນຂະໜາດນ້ອຍລັກສະນະແປຮີເປັນສີດໍາ ຫຼື ສີນໍ້າຕານອອກດໍາ.

ເຂດກະຈາຍພັນ: ພົບຢູ່ພາກເໜືອຂອງລາວ ໂດຍສະເພາະແມ່ນ ແຂວງຊຽງຂວາງ, ຫົວພັນ ແລະ ຜົ້ງສາລີ. ມາກຈອງມັກເກີດໃນພື້ນທີ່ດິນທີ່ລະບາຍນ້ຳໄດ້ດີ ແລະ ຍັງສາມາດຈະເລີນເຕີບໂຕໃນພື້ນທີ່ດິນໜຽວ, ດິທີ່ເໝາະສົມແກ່ການປູກໝາກຈອງແມ່ນຈະມີຄ່າ pH ອ່ອນ, ສາມາດຈະເລີນເຕີບໂຕໄດ້ດີໃນພື້ນທີ່ຮົ່ມໄມ້

ສິນຄ້າ: ເຮົາສາມາດຫາຊື້ໝາກຈອງ ແລະ ຍອດຕາມຕະຫຼາດທ້ອງຖິ່ນຂອງແຂວງຊຽງຂວາງ, ຫົວພັນ ແລະ ຜົ້ງສາລີ, ນອກນັ້ນເຮົາຍັງສາມາດຫາຊື້ໄດ້ໃນຕາມຕະຫຼາດບາງພື້ນທີ່ທີ່ນຳມາຂາຍ. 

ບັນຍາຍການນຳໃຊ້

ປະໂຫຍດ:
   - ໝາກຈອງເປັນໝາກໄມ້ທີ່ມີລົດຫວານສາມາດກິນໄດ້ ໂດຍນຳມາປັ່ນເປັນນ້ຳໝາກໄມ້ ຫຼື ນຳມາກິນເປັນໝາກໄມ້ສົດ ຊ່ວຍໃຫ້ສົດຊື່ນ.
   - ໝາກຈອງສາມາດຂາຍເປັນສິຄ້າຕາມທ້ອງຕະຫຼາດ 

   - ໃບອ່ອນ: ສາມາດນຳມາປຸ່ງແຕ່ງອາຫານໄດ້ຫຼາຍເມນູ ໂດຍສະເພາະແມ່ນນຳມາເຮັດຊຸບ, ລວກກິນກັບແຈ່ວ ແລະ ອື່ນໆ
ສັບພະຄຸນ:
   - ເສີມສ້າງພູມຄຸ້ມກັນ ຊ່ວຍບັນເທົາອາການເຈັບປ່ວຍຕ່າງໆໃນຮ່າງກາຍ.
   - ຊ່ວຍຟອກເລືອດໃຫ້ສະອາດ ເຮັດໃຫ້ໄຕເຮັດວຽກໄດ້ດີຂຶ້ນ.
   - ຊ່ວຍປັບສົມດູນຂອງນໍ້າຕານໃນເລືອດ.
   - ຊ່ວຍຂັບປັດສະວະ.

ແຫຼ່ງຂໍ້ມູນ: medthai
ຄຸນຄ່າທາງໂພສະນາການຂອງໝາກຈອງຕໍ່ 100 ກຼາມ.
   - ພະລັງງານ 42 ກຼາມ
   - ໂປຣຕີນ 0.5 ກຼາມ
   - ຄາໂດໄຮເດສ 10.65 ກຼາມ
   - ໄຂມັນ 0.23 ກຼາມ
   - ເສັ້ນໃຍ 3.6 ກຼາມ
   - ແຄວຊຽມ 8 ມີນລີກຼາມ 2%
   - ຟອດຟໍຣັດ 11 ມີນລີກຼາມ 2%
   - ວິຕາມິນເຄ 17 ໄມໂຄຼກຼາມ 2%
   - ວິຕາມິນບີ 1 0.009 ມີນລີກຼາມ 1%
   - ວິຕາມິນບີ 2 0.01 ມີນລີກຼາມ 1%
   - ວິຕາມິນບີ 3 0.07 ມີນລີກຼາມ 1%
   - ວິຕາມິນຊີ 3.8 ມີນລີກຼາມ 5%
   - ທາດເມັກນິຊຽມ 8 ມີນລີກຼາມ 2%
   - ວິຕາມິນອີ 0.12 ມີນລີກຼາມ 1%

 

ການປະກອບສ່ວນ