ຂຽດຈະອອບ / Green-backed frog

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Hylarana erythraea (Schlegel, 1837) / Ranidae
ຊື່ພ້ອງ
Hylarana erythraea (Schlegel, 1837)
ຊື່ອື່ນ
Eng: Green Paddy Frog, Common Greenback
Thai: เขียดจิก, เขียดบัว, เขียดเขียว
ພັນລະນາລັກສະນະສັນຖານ

ລັກສະນະລຳຕົວມີຂະໜາດຕົວປານກາງ, ຍາວປະມານ 7 ຊມ. ລຳຕົວຮຽວ. ຜິວໜັງລຳຕົວລຽບ, ມີແຜ່ນໜັງໜາ, ສີຂາວ ຫຼື ສີຄຣີມ, ຂອບສີນ້ຳຕານເຂັ້ມຄ່ອນຂ້າງກວ້າງ ຢູ່ທີຂອງດ້ານນອກລຳຕົວ, ແຜ່ນໜັງນີ້ເລີ່ມຕົ້ນຈາກດ້ານທ້າຍຕາໄປຫາສ່ວນກົກຂາຫຼັງ. ດ້ານຫຼັງ ແລະ ດ້ານຂ້າງລຳຕົວສີຂາວ, ຂອງດ້ານລຸ່ມຂອງດ້ານຂ້າງລຳຕົວສີນ້ຳຕານເຂັ້ມ ແລະ ມີຈຸດສີເຂັ້ມກະຈາຍຢູ່ທີດ້ານຂ້າງລຳຕົວກັບເທີງຫຼັງຂອງສ່ວນທ້າຍລຳຕົວ. ຂອງປາກເທີງສີຂາວ. ດ້ານທ້ອງສີຂາວ. ແຜ່ນເຍື່ອແຖບຫູສີນ້ຳຕານ. ຂາໜ້າ ແລະ ຂາຫຼັງສີນ້ຳຕານ ແລະ ມີແຖບສີເຂັ້ມພາດຕາມຄວາມຍາວຂອງຂາ. ຂາໜ້າຮຽວ ແລະ ນີິ້ວຕິນຍາວ. ຂາຫຼັງຮຽວຍາວ ແລະ ນີ້ວຕິນຍາວ ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ ຂໍ້ຕິນຢູ່ໃນຕໍ່າແໜ່ງຊ່ອງເປີດຮູດັງ. ນິ້ວຕິນໜ້າບໍ່ມີແຜ່ນໜັງລະຫວ່າງນິ້ວ, ນິ້ວຕີນຫຼັງມີແຜ່ນໜັງເກືອບເຕັມຄວາມຍາວນີ້ວ. ຮວກມີຂະໜາດຕົວປານກາງ, ລຳຕົວຍາວ ແລະ ຫົວແປ, ດ້ານຫຼັງສີຂຽວ, ທ້ອງ ແລະ ດ້ານຂ້າງລຳຕົວສີນ້ຳຕານ ແລະ ມີລາຍດ່າງແຫສີນ້ຳຕານເຂັ້ມທີ່ຂ້າງຕົວ, ຫາງຍາວ ແລະ ມີກ້າມເນື້ອແຂງແຮງ. ແຜ່ນຄີຫາງໃຫຍ່ ແລະ ມີລວດລາຍເປັນດ່າງແຫສີນ້ຳຕານເຂັ້ມ. ປາກຢູ່ດ້ານລ່າງແຕ່ຄ່ອນຂ້າງສູງຂື້ນມາທາງດ້ານໜ້າຂອງສ່ວນຫົວ. ຊ່ອງປາກນ້ອຍ. ຕຸ່ມແຂ້ວໃນໂພງປາກເປັນແຖວ. ຂອບຂອງຈະງອຍປາກເທີງ ແລະ ຂອງຈະງອຍປາກລຸ່ມວ້ຳ. ຈະງອຍປາກດ້ານລຸ່ມໃຫຍ່ກວ່າດ້ານເທີງ.

ການປະກອບສ່ວນ