ອື່ງເພົ້າ / Blunt-headed Burrowing Frog

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Glyphoglossus molossus Günther, 1868 / Microhylidae
ຊື່ພ້ອງ
ຊື່ອື່ນ
Eng: Balloon Frog, Broad-lipped Frog, Truncate-snouted Burrowing Frog.
Thai:อึ่งดำ, อึ่งดำ, อึ่งปากขวด, อึ่งโกก, อึ่งกระโดน
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

ລັກສະນະມີຂະໜາດລຳຕົວຄ່ອນຂ້າງໃຫຍ່ຄວາມຍາວຈາກປາກເຖິງກົ້ນປະມານ 8 ຊມ, ລຳຕົວປ້ອມ, ຕາຂະໜາດນ້ອຍ, ຂາສັ້ນແຕ່ມີຂະໜາດໃຫຍ່, ສ່ວນປາຍຂອງຫົວຄ່ອນຂ້າງຕັດຊື່, ປາກຢູ່ດ້ານລຸ່ມຂອງຫົວ ແລະ ເປັນຊ່ອງເປິດຕາມລວງຂວາງ, ແຜ່ນເຍື່ອແກ້ວຫູສັງເກດເຫັນບໍ່ຊັດເຈນ, ຜິວໜັງລຳຕົວເປັນຮອຍວ້ຳ. ດ້ານຫຼັງຈະມີສີນ້ຳຕານອົມສີເທົາ ຫຼື  ສີນ້ຳຕານດຳ, ແຕ່ມີຈຸດສີຂາວນ້ອຍໆກະຈາຍ, ດ້ານທ້ອງສີຂາວ ຫຼື ສີຄຣີມ, ມີຈຸດ ຫຼື ຈ້ຳສີເຂັ້ມໆກະຈາຍຢູ່ຂ້າງ. ຂາໜ້າສັ້ນ ແຕ່ຂາຫຼັງຄ່ອນຂ້າງຍາວ, ເມື່ອພັບຂາຫຼັງແນບກັນລຳຕົວໄປທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່າແໜ່ງໃກ້ສ່ວນປາຍຂອງປາກ, ນິ້ວຕິນໜ້າມີແຜ່ນໜັງລະຫວ່າງນິ້ວ ສະເພາະນິ້ທີ່ສອງກັບນິ້ວທີ່ສາມ, ນິ້ວຕິນຫຼັງມີແຜ່ນໜັງລະຫວ່າງນິ້ວໃຫຍ່, ສັນຢູ່ລຸ່ມຝາຕິນຫຼັງ ມີຂະໜາດໃຫຍ່ເພື່ອໃຊ້ຂຸດໂພງດິນ. ຕົວຮວກອື່ງເພົ້າ ມີລຳຕົວປ້ອມ ແລະ ໂປ່ງແສງ, ຫາງຍາວ ແລະ ຍາວກວ່າລຳຕົວ 3 ເທົ່າ, ແຜ່ນຄີຫາງໃຫຍ່, ມີດ້ານເທີງ ແລະ ດ້ານລຸ່ມເປັນສີດຳສ່ວນເຄີ່ງກາງເປັນສີເຫຼືອງ, ປາກຢູ່ຫາງດ້ານໜ້າສຸດຂອງຫົວບໍ່ມີຕຸ່ມແຂ້ວ ແລະ ບໍ່ມີຈະງອຍປາກ.

ການສຶບພັນ ແລະ ວົງຈອນຊີວິດ

ອື່ງເພົ້າມັກພົບຢູ່ຕາມປ່າໂຄກ ແລະ ປ່າດົງດິບແລ້ງ ແຄມທົ່ງນາໃນພາກກາງຫາພາກໃຕ້ຂອງລາວ. ມັກຂຸດໂພງຢູ່ຕາມແຄມຫ້ວຍນ້ຳ, ໜອງ, ບືງ ໃນບໍລິເວນທີ່ເປັນດິນຊາຍລ້ວນ. ມັນຈະອາໄສຢູ່ໂພງດິນໃນຊ່ວງລະດູແລ້ງ. ເມື່ອເຖິງລະດູຝົນຈະອອກມາປະສົມພັນ ແລະ ຫາກີນຕາມໜ້າດິນ, ພວກມັນມັກຈະວາງໄຂ່ໃນອ່າງນ້ຳຊົ່ວຄາວ ຕາມປ່າໂຄກ. ຕົວຜູ້: ລຳຕົວມີສີດຳເຂັ້ມຂ້າງຕົວມີລາຍດຳຈຸດຂາວດ່າງປົນ, ລຳຕົວມີຂະໜາດນ້ອຍກວ່າຕົວແມ່. ຕົວແມ່: ລຳຕົວສັ້ນ ແລະ ໃຫຍ່ກວ່າຕົວຜູ້, ຂ້າງຕົວມີລາຍຈຸດສີຂາວອົມເຫຼືອງ, ໜັງທ້ອງບາງສັງເກດເຫັນໄຂ່, ຕົວແມ່ມີໄຂ່ເຕັມທ້ອງເມື່ອຫງາຍທ້ອງຈະເຫັນໄຂ່ລັກສະນະເປັນສີດຳ. ເມື່ອຕົ້ນລະດູຝົນຕົວຜູ້ຈະຮ້ອງຫາຕົວແມ່ເພື່ອຈັບຄູ່ປະສົມພັນ, ຕົວຜູ້ຈະຂີ້ຫຼັງຕົວແມ່ເພື່ອກຽມພ້ອມປະສົມພັນ ເມື່ອຕົວແມ່ປ່ອຍໄຂ່ອອກ ແລ້ວຕົວຜູ້ຈະສິດນ້ຳເຊື້ອໃສ່, ເມື່ອໄຂ່ຖືກປະສົມພັນ, ໄຂ່ຈະຟູຂື້ນຫາໜ້ານ້ຳ, ຕົວແມ່ໜື່ງຕົວສາມາດ, ວາງໄຂ່ 8,000-10,000 ໜ່ວຍ, ໄຂ່ຈະຟັກເປັນຕົວພາຍໃນ 24 ຊົ່ວໂມງ.

ການປະກອບສ່ວນ