ຕົ້ນແຄນ / Ironwood

ການນຳໃຊ້
ສີນຄ້າ
ພືດເປັນຢາ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Hopea odorata Roxb. / Dipterocarpaceae
ຊື່ພ້ອງ
Doona odorata (Roxb.) Burck
Hopea decandra Buch.-Ham. ex Wight
Hopea wightiana Miq. ex Dyer
Neisandra indica Rafin.
ຊື່ອື່ນ
Lao: ແຄນ, ເຮືອ
Thai: ຕົ້ນຕະຄຽນທອງ
Eng: Ironwood, Malabar ironwood, Takian, Thingan, Takian
ສະຖານະພາບການອະນຸລັກ
Vulnerable
ບັນຍາຍລັກສະນະພືດສາດ

ຕົ້ນແຄນຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່, ລໍາຕົ້ນຕັ້ງຊື່, ມີຄວາມສູງ 20-40 ມ, ວັດຮອບລໍາຕົ້ນໄດ້ 300 ຊມ, ເປືອກຕົ້ນເປັນສີນໍ້າຕານດໍາ, ແຕກເປັນສະເກັດ, ສ່ວນແກນເປັນສີນໍ້າຕານແດງ, ເນື້ອໄມ້ເປັນສີເຫຼືອງໝົ່ນ ຫຼື ສີນໍ້າຕານອົມເຫຼືອງ, ມັກສີເສັ້ນສີຂາວ ຫຼື ເທົາຂາວຜ່ານສະເໝີ. ໃບເປັນໃບດ່ຽວມີລັກສະນະເປັນຮູບໄຂ່ແກມຮູບໃບຫອກ ຫຼື ຮູບດາວ, ປາຍໃບແຫຼມ, ໃບມີຂະໜາດກວ້າງ 3-6 ຊມ ແລະ ຍາວ 10-15 ຊມ, ແຜ່ນໃບບາງແຕ່ຂ້ອນຂ້າງໜຽວ, ຫຼັງໃບກ້ຽງເປັນມັນ, ທ້ອງໃບມີຕຸ່ມຫູດ. ອອກດອກເປັນຊໍ່ຍາວແບບຊໍ່ແຍກຂະແໜງຕາມປາຍກິ່ງ ຫຼື ຕາມງ່າມໃບ, ມີດອກຍ່ອຍຢູ່ຊໍ່ລະ 40-50 ດອກ, ດອກເປັນສີເຫຼືອງແກມສີນໍ້າຕານຂະໜາດນ້ອຍ, ມີກິ່ນຫອມ ແລະ ມີຂົນນຸ່ມ, ດອກມີກີບດອກ 5 ກີບ, ເມື່ອດອກບານເຕັມທີ່ກີບດອກຈະບິດເປັນກົງຈັກ, ປາຍກີບດອກຫຍັກ ສ່ວນກອງກີບບິດ ແລະ ເຊື່ອມຕິດກັນ. ໝາກເປັນໝາກແຫ້ງບໍ່ແຕກ, ໝາກເປັນສີຂຽວອ່ອນ, ເມື່ອໝາກສຸກຈະເປັນສີນໍ້າຕານເຂັ້ມ, ໝາກມີລັກສະນະກົມ ຫຼື ເປັນຮູບໄຂ່ກ້ຽງ, ປາຍໝາກມົນເປັນຕິ່ງຄ້າຍຄືໜາມແຫຼມ, ມີປີກຍາວ 1 ຄູ່, ລັກສະນະເປັນຮູບໃບພາຍ, ໃນໜຶ່ງໝາກຈະມີແກ່ນ 1 ແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
    - ໄມ້ແຄນຈັດເປັນໄມ້ທີມີຄຸນຄ່າທາງເສດຖະກິດ. 
    - ເນື້ອໄມ້ນິຍົມໃຊ້ໃນການກໍ່ສ້າງອາຄານບ້ານ, ເຄື່ອງເຟີນິເຈີ ແລະ ອື່ນໆ.
    - ຢາງຈາກໄມ້ໃຊ້ເຮັດນໍ້າມັນຊັກເງົາຕົບແຕ່ງໃຊ້ໃນຮົ່ມ, ໃຊ້ປະສົມກັບນໍ້າມັນເປັນຂີ້ຊີຢາເຮືອ. 
ສັບພະຄຸນ:
    - ເປືອກຕົ້ນຊ່ວຍແກ້ອາການລົງແດງ.
    - ຢາງຊ່ວຍແກ້ອາການຖອກທ້ອງ.
    - ເປືອກຕົ້ນໃຊ້ເປັນຢາຂ້າເຊື່ອພະຍາດ.

ການປະກອບສ່ວນ