ປາພັ້ນລາເຣັກ / Larrec loach fish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Rhyacoschistura larreci Kottelat, 2019 / Nemacheilidae
ຊື່ພ້ອງ
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຮູບຮ່າງລຳໂຕຮຽວຍາວ, ຈາກຄີຫຼັງຈະຄ່ອຍໆສ້ວຍເຂົ້າໄປຫາຫົວ ແລະ ດ້ານຫຼັງທາງຫາງຂ້ອນ ຂ້າງພຽງ ແລະ ສ້ວຍໄປຫາຫາງພຽງເລັກນ້ອຍ. ຫົວ: ມີຕາ 1 ຄູ່ຢູ່ດ້ານຂ້າງສ່ວນເທີງຂອງຫົວ, ດັງ 1 ຄູ່ຈະນູນຂຶ້ນເມື່ອເບີ່ງມູມດ້ານຂ້າງ; ປາກຢູ່ສ່ວນໜ້າສຸດໃກ້ດ້ານລຸ່ມ, ມີໜວດ 6 ເສັ້ນ, ສ່ວນຫົວຈະເປັນລາຍດຳປົນເຫຼືອງ. ລຳໂຕ: ມີຄີເອິກ 1 ຄູ່ຮູບຫວີ; ຄີທ້ອງ ແລະ ຄີກົ້ນ 1 ອັນ, ດ້ານຫຼັງມີ ຄີຫຼັງ 1 ອັນ; ສ່ວນມີຫາງປາຍວ້ຳ, ດ້ານທ້ອງຈະເປັນສີເຫຼືອງອ່ອນ, ດ້ານຂ້າງຂຶ້ນ ໄປຫາເຄີ່ງຕົວມີສີນ້ຳຕານດຳປະປົນໜ້າແໜ້ນ.

Adult

ບັນຍາຍການນຳໃຊ້

ປາໃຫຍ່

ເປັນປາທີ່ຊາວບ້ານມັກຫາມາກິນພໍສຳລັບຄອບຄົວ, ມັກພົບເຫັນໜ້ອຍຕາມທ້ອງຕະຫຼາດ ເພາະມັກຫາໄດ້ຍາກ. ສາມາດນຳມາປຸ່ງແຕ່ງເປັນອາຫານໄດ້ລາຍແບບ ເຊັ່ນ: ເຮັດມົກ ຫຼື ເອາະ. ເຖິງຕົວມັນຈະນ້ອຍແຕ່ມີຊີ້ນແໜ້ນ ແລະ ຫັນດີ, ຈະມີລົດຊາດແຊບ

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ອາໄສຢູ່ຫ້ວຍນ້ຳໃສໆມີກ້ອນຫິນ. ພວກມັນຈະຂຶ້ນໄປຫາຍອດນ້ຳຂະໜາດນ້ອຍເພື່ອ ວາງໄຂ່ ແລະ ປະສົມພັນ. ຕົວອ່ອນ ແລະ ປາຮາມຈະເຄື່ອນຍ້າຍລົງມາເມື່ອທ້າຍລະດູຝົນ. ພວກມັນຈະຫາແຫຼ່ງນ້ຳຖາວອນອາໄສຢູ່ໃນຍາມລະດູແລ້ງ.

ການປະກອບສ່ວນ