ປາສະລິດ / Snakeskin gourami

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Trichopodus pectoralis Regan, 1910 / Osphronemidae
ຊື່ພ້ອງ
Osphronemus saigonensis (Borodin, 1930)
Trichopodus cantoris (Günther, 1861)
Trichogaster pectoralis Regan, 1910
ຊື່ອື່ນ
Thai: สลิด
Cambodian: ត្រី កន្ធ
Viet: Cá sặc rằn
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະ ລຳຕົວຮູບຮ່າງກົມຮີ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນປາກມີຂະໜາດນ້ອຍ, ຄີເອິກມີຂະໜາດໃຫຍ່, ຄີທ້ອງມີລັກສະນະເປັນເສັ້ນຍາວ, ຄີຫຼັງຢູ່ຄ່ອນໄປດ້ານທ້າຍຂອງລຳຕົວ, ບໍລິເວັນປາຍຄີຫຼັງຂອງປາເພດຜູ້ມີລັກສະນະຍື່ນຍາວ, ຄີຫາງມີລັກສະນະວ້ຳຕື່ນ ແລະ ປາຍມົນ, ລຳຕົວມີສີນ້ຳຕານເທົາ ຫຼື ສີຂຽວ, ມີແຖບສີດຳເຂັ້ມພາດຕາມລວງຍາວບໍລິເວນລຳຕົວ ແລະ ມີແຖບສີຈາພາດດ້ານຂວາງຂອງລຳຕົວ. ຄີມີສີນ້ຳຕານ ຫຼື ສີເທົາເຂັ້ມ. ລຳຕົວຍາວ 15-20 ຊັງຕິແມັດ.

ການສຶບພັນ ແລະ ວົງຈອນຊີວິດ

ປາຊະນິດເປັນປາທີ່ມັກພົບຢູ່ຕາມຫ້ວຍຮອງຄອງບືງທົ່ວໄປ, ໂດຍສະເພາະແມ່ນອ່າງນ້ຳນີ່ງ, ໃນການປະສົມພັນແມ່ນເລີ່ມຂື້ນໃນລະຫວ່າງເດືອນເມສາ-ສີງຫາ ໂດຍການວາງໄຂ່ໂດຍການກໍ່ຟອດເປັນຮັງຕາມຜິວນ້ຳຕິດກັບພືດນ້ຳ ຫຼື ວັດສະດຸຕ່າງໆ,  ມັກວາງໄຂ່ໃນຊ່ວງກາງວັນທີ່ມີແດດອ່ອນໆ, ຫຼັງວ່າງໄຂ່ສຳເລັດແລ້ວຕົວຜູ້ຈະເປັນຜູ້ດູແລໄຂ່ຈົນຟັກເປັນຕົວ, ໂຕແມ່ຈະວາງໄຂ່ຄັ້ງລະ 4,000-10,000 ໜ່ວຍ,  ໃນການລ້ຽງທາງເສດຖະກິດນິຍົມເຮັດເປັນປາແດດດຽວ.

ການປະກອບສ່ວນ