ປາກັ້ງ / Dwarf snakehead

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Channa gachua (Hamilton, 1822) / Channidae
ຊື່ພ້ອງ
Channa gachus (Hamilton, 1822)
Channa limbata (Cuvier, 1831)
Ophicephalus apus Canestrini, 1861
Ophicephalus gachua Hamilton, 1822
Ophicephalus limbatus Cuvier, 1831
Ophicephalus marginatus Cuvier, 1829
Ophiocephalus apus Canestrini, 1861
Ophiocephalus aurantiacus Hamilton, 18221822
Ophiocephalus auranticus Hamilton, 1821822
Ophiocephalus gachua Hamilton, 1822
Ophiocephalus guachua malaccensis Peters, 1868
ຊື່ອື່ນ
Cambodian: ត្រី ក្សាន
Eng: Red-Tailed Snakehead
Thai: ก้าง ค่อกั๊ง กั๊ง ก้าง
Viet: Cá chành dục
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະລຳຕົວຮູບຊົງກະບອກຮຽວຍາວ, ສ່ວນທ່າງຂອງລຳຕົວມີລັກສະນະແປທາງດ້ານຂ້າງສ່ວນຫົວມົນສັ້ນ, ຄີຫາງມີລັກສະນະໂຄ້ງມົນ, ຖານຂອງຄີຫຼັງ ແລະ ຄີກົ້ນຍາວ, ຄີເອິກມີຂະໜາດໃຫຍ່, ສ່ວນຫົວ ແລະ ລຳຕົວມີສີນ້ຳຕານອ່ອນຈົນເຖິງເທົາເຂັ້ມ, ສ່ວນທ້ອງມີສີຈາງ, ຄີຫຼັງ, ຄີກົ້ນ ແລະ ຄີຫາງມີສີເທົາ, ບໍລິເວັນຂອບຄີມັກເປັນສີສົ້ງປົນສີແດງ. ລຳຕົວຍາວ 10-20 ຊມ. ອາຫານຂອງພວກມັນແມ່ນກີນລູກປາ, ລູກກຸ້ງ ແລະ ແມງໄມ້ນ້ຳ, ມັກຫາກີນໂດດດ່ຽວ, ອາໄສຢູ່ບໍລິເວນນ້ຳຕື່ນມີຮົ່ມໄມ້ປົກຄຸມ. ພົບໄດ້ທ່ົວໄປຕາມຫ້ວຍນ້ຳໄຫຼໃສໆ ຢູ່ຕາມຮ່ອມພູ. 

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ມັກເຄື່ອນຍ້າຍໃນຊ່ວງດູຝົນເພື່ອຂື້ນໄປຫາຍອດນ້ຳເພື່ອປະສົມພັນ ແລະ ລ້ຽງລູກອ່ອນ, ມັນຈະເລີ່ມເຄື່ອນຍ້າຍໃນຊ່ວງເດືອນມິຖຸນາ, ເພື່ອໄປປະສົມພັນຢູ່ຍອດນ້ຳ ແລ້ວ ລູກນ້ອຍຈະພັດທະນາ ແລະ ຈະເລີນເຕີບໂຕເປັນປາຮາມ ເມື່ອຊ່ວງທ້າຍລະດູຝົນພວກມັນຈະເຄື່ອນຍ້າຍລົງມາຫາແມ່ນຳ້ໃຫຍ່. ສ່ວນຫຼາຍແມ່ນຫ້ວຍຮອງຫົວນາມັກຖືກ ລອບ, ໄຊ ແລະ ເຄື່ອງມີດັກປາອື່ນໆ.  

ການປະກອບສ່ວນ