ປາມັດ / Croaking gourami

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Trichopsis vittata (Cuvier, 1831) / Osphronemidae
ຊື່ພ້ອງ
Ctenops vittatus (Cuvier, 1831)
Osphromenus vittatus Cuvier, 1831
ຊື່ອື່ນ
Thai: กริมควาย หมัด
Cambodian: ត្រី​ ក្រឹមក្តារ
Viet: Cá bãi trầu
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ປາມັດເປັນປາເກັດຂະໜາດນ້ອຍ, ສ່ວນຫົວຄ່ອນຂ້າງຮຽວ, ປາກຂະໜາດນ້ອຍ, ລຳຕົວຮູບໄຂ່ຊົງຮຽວ, ແປຂ້າງເລັກນ້ອຍ, ຄີຫຼັງຢູ່ຕອນເຄີ່ງກາງຂອງລຳຕົວ, ຄີຫາງປາຍແຫຼມຍາວ, ຕົວຜູ້ຄີກົ້ນຍາວກວ່າຄີທ້ອງເລັກນ້ອຍມີປາຍຮຽວຍາວ, ເກັດໃຫຍ່ບໍ່ມີເສັ້ນລາຍຕົວ, ລຳຕົວມີສີຄ້ຳອົບນ້ຳຕານ ຫຼື ສີນ້ຳຕານແດງ, ມີແຕ້ມກົມສີເທົາທີ່ເໜືອຄີເອິກ, ມີເຫຼືອບສີຂຽວອ່ອນ ແລະ ມີຈຸດປະສີແດງທີຄີດ ຄີກົ້ນມີຂອບສີແດງຄ້ຳມີເຫຼືອບມີຂຽວອ່ອນ ຫຼື ຟ້າຕາມຄີບໃນຕົວຜູ້, ຕາມີສີຟ້າມີ່ມ່ານຕາ ຂະໜາດໃຫຍ່ສຸດຄວາມຍາວປະມານ 7 ຊມ. ອາຫານຂອງພວກມັນແມ່ນແພງຕອນພືດ, ພືດນ້ຳຂະໜາດເລັກ, ຕົວອ່ອນຂອງແມງໄມ້ນ້ຳ. ນິຍົມລ້ຽງເປັນປາສວຍງາມໃນຕ່າງປະເທດ. ສາມາດພົບໄດ້ຕາມຫ້ວຍຮອງຄອງບືງໃນເຂດລຸ່ມແມ່ນ້ຳຂອງ.

ການປະກອບສ່ວນ