ປາຢາງບອນ / Asian bumblebee cat fish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Pseudomystus siamensis (Regan, 1913) / Bagridae
ຊື່ພ້ອງ
ຊື່ອື່ນ
ປາຂີ້ເຫ້ຍ
Cambodian: ត្រី កញ្ចុះថ្ម
Thai: แขยงหิน กดหิน แค้หมู ยางบอน
Viet: Cá chốt bông
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ປາຢາງບອນ ເປັນປາໜັງ, ລຳຕົວຮຽວຍາວແປຂ້າງເລັກນ້ອຍດ ຫົວແປລົງເລັກນ້ອຍ, ລຳຕົວສີເຫຼືອງອ່ອນ ຫຼື ສີນ້ຳຕານອ່ອນ ມີແຖບສີດຳຂະໜາດໃຫຍ່ພາດຂວາງລຳຕົວ 4 ແຖບ, ແຖບທີ່ 1 ພາດຂວາງສ່ວນຫົວທັ້ງໝົດ ແຖບທີ່ 2 ພາດຈາກບໍລິເວນຄີຫຼັງ ແລະ ແຜ່ນກວ້າງໄປຄຸມດ້ານລຸ່ມຂອງລຳຕົວ ຕັ້ງແຕ່ຄີເອິກຈົນເຖິງຄີຫຼັງ, ແຖບທີ່ 3 ເລີ່ມຈາກບໍລິເວນຄີໄຂມັນພາດຜ່ານລຳຕົວໄປຍັງຄີ, ສ່ວນແຖບທີ່ສີ່ ພາດຄຸມບໍລິເວັນຄາງກະໄຕຍາວທີ່ສຸດຍາວຈົນເຖິງຄີເອິກ, ສ່ວນໜວດຄູ່ອື່ນໆ ຍາວບໍ່ເຖິງຄີເອິກ, ຄີທຸກຄີຍັງເວັ້ນຄີອົກຈະເປັນສີເຫຼືອງອ່ອນ, ມີແຖບສີດຳພາດຂວາງຄີປະມານ 1-2 ແຖບ, ຄີອົກສີເຫຼືອງອ່ອນມີຈຸດປະສີດຳ, ກ້ານຄີແຂງໃຫຍ່ເປັນແຂ້ວເລື້ອຍ ຄີຫຼັງມີ 2 ອັນ, ຄີຫາງວ້ຳເລິກເປັນສອງແສກ, ຂະໜາດຄວາມຍາວສະເລ່ຍປະມານ 10 ຊມ, ຂະນາດໃຫຍ່ສຸດທີ່ພົບຄວາມຍາວປະມານ 20 ຊມ, ເປັນທີ່ມີສີສັນ ແລະ ລວດລາຍສວຍງາມ, ນິຍົກລ້ຽງ ແລະ ສົ່ງຈຳໜ່າຍອອກຕ່າງປະເທດ. ອາຫານຂອງພວກມັນໄດ້ແກ່ລູກກຸ້ງຂະໜາດນ້ອຍ, ຕົວອ່ອນຂອງແມງໄມ້, ແພງຕອນ, ຊາກພືດ ແລະ ຊາກສັດ.

ການປະກອບສ່ວນ