ປາກົດໜໍ້ / Black cat fish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Hemibagrus wyckii (Bleeker, 1858) / Bagridae
ຊື່ພ້ອງ
Bagrus wyckii Bleeker 1858
Macrones wyckii (Bleeker, 1858)
Mystus wyckii (Bleeker, 1858)
ຊື່ອື່ນ
Thai: กดคัง กดดำ กดหม่อ
Cambodian: ត្រី ខ្យាខ្មៅ
Eng: crystal-eyed catfish
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ລັກສະນະລຳຕົວຮຽວ, ຫົວແປ ແລະ ກວ້າງ, ສີລຳຕົວບໍລິເວນດ້ານຫຼັງ ແລະ ດ້ານຂ້າງລຳເປັນສີມ່ວງດຳ ຫຼື ດຳ, ບໍລິເວັນທ້ອງສີຂາວ, ຄີຫຼັງມີ 2 ອັນ ຄີອັນທຳອິດມີກ້ານຄີເປັນແຂ້ວເລື້ອຍ, ສ່ວນຄີຫຼັງອັນທີ່ສອງ ເປັນຄີໄຂມັນ, ຄີຫາງວ້ຳເລີກເປັນສອງແສກ ຂອບດ້ານເທີງ ແລະ ຂອບດ້ານລຸ່ມຂອງຫາງມີສີຂາວ ຫຼື ສີຄຣິມ, ສ່ວນຄີຫູ ແລະ ກົ້ນມີສີຂາວ ຫຼື ສີຄຣິມເຊັ່ນດຽວກັນ. ປາກກວ້າງ, ຈະງອຍປາກປ້ານ, ມີໜວດ 4 ຄູ່, ປາກົດໜໍ່ ຈັດເປັນຂະໜາດໃຫຍ່ສຸດຍາວປະມານ 80 ຊມ. ອາຫານຂອງພວກມັນຈະກິນປາຂະໜາດນ້ອຍ, ຊາກສັດ, ເປັນປາມັກຫາກິນໃນເວລາກາງຄືນ, ກາງວັນມັກນອນຈະມັກຢູ່ໃນຟຸ່ມໄມ້ ແລະ ຊອກຫິນ.

ການປະກອບສ່ວນ