ປາຊີວເຂົ້າສານ / Dwarf Medaka

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Oryzias minutillus Smith, 1945 / Adrianichthyidae
ຊື່ພ້ອງ
ຊື່ອື່ນ
Cambodian: ត្រី ចង្វាអង្ក
English: Dwarf Medaka, Dwarf Ricefish
Thai: ซิวข้าวสารแคระ
Viet: Cá sóc
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ເປັນປາເກັດມີຂະໜາດນ້ອຍ, ມີຮູບຮ່າງລຳຕົວຮຽວຍາວ, ຕາໃຫຍ່, ຈະງອຍປາກຮຽວ, ປາກນ້ອຍ, ຄີມີຂະໜາດນ້ອຍ, ຕົວໃສມີສີນ້ຳຕານອ່ອນ, ສ່ວນຮອບຕາ ແລະ ທ້ອງມີເຫຼືອບສີຟ້າ, ຕົວຜູ້ມັກມີຂະໜາດນ້ອຍກວ່າຕົວແມ່, ຂະໜາດໃຫຍ່ສຸດມີຄວາມຍາວປະມານ 1.8 ຊມ, ຂະໜາດສະເລ່ຍມີຄວາມຍາວປະມານ 1.5 ຊມ, ຖືກຈັບລວບລວມເປັນປາສວຍງາມເປັນຄັ້ງຄາວ ໃຊ້ຊື້ການຄ້າວ່າ Blue eye Rice fish ຫຼື Medaka. ພວກມັນມັກອາໄອເປັນຝູງໃນແຫຼ່ງນ້ຳທີ່ມີຫຍ້າ ແລະ ພວກພືດນ້ຳໜາແໜ້ນ ລວມເຖິງພື້ນທີ່ປ່າແຄມນ້ຳ. ອາຫານຂອງພວກມັນຈະເປັນພວກແພງຕອນ. ນິຍົມລ້ຽງເປັນປາຕູ້ແກ້ວເພື່ອຄວາມສວຍງາມ.

ການປະກອບສ່ວນ