ເຄືອໝາກບ້າຄາຍ / Monkey Bean

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Mucuna macrocarpa Wall. / Fabaceae
ຊື່ພ້ອງ
Mucuna bodinieri H.Lev.
Mucuna castanea Merr.
Mucuna colletii Lace
Mucuna ferruginea Matsum.
Mucuna ferruginea var. bungoensis (Ohwi) Ohwi
Mucuna ferruginea var. irukanda (Ohwi) Ohwi
Mucuna irukanda Ohwi
Mucuna irukanda var. bungoensis Ohwi
Mucuna subferrunginea Hayata
Mucuna wangii Hu
ຊື່ອື່ນ
Eng: deer-eye beans, donkey-eye beans, ox-eye beans, or hamburger seed.
Lao: ໝາກບ້າຄາຍ, ຍາງດໍາ
Thai: ຕົ້ນສະບ້າລິງ
ບັນຍາຍລັກສະນະພືດສາດ

ເຄືອໝາກບ້າຄາຍ ຈັດເປັນພັນໄມ້ເລື້ອຍເນື້ອແຂງຂະໜາດໃຫຍ່, ມີຄວາມຍາວປະມານ 30-40 ມ, ຕາມກິ່ງ ແລະ ລໍາຕົ້ນມີຂົນຂຶ້ນໜາແໜ້ນ. ໃບເປັນໃບປະ ສົມ, ມີໃບຍ່ອຍ 3 ໃບ, ລຽງສະຫຼັບ, ລັກສະນະໃບຍ່ອຍສ່ວນປາຍມີລັກສະນະເປັນຮູບຮີ ຫຼື ຮູບໄຂ່, ມີຂະໜາດຄວາມຍາວປະມານ 7-19 ຊມ, ໃບຂ້າງມີລັກສະນະເປັນຮູບຮີ, ປາຍແຫຼມ. ດອກເປັນສີມ່ວງດໍາ, ມີກີ່ນເໝັນ, ດອກອອກເປັນຊໍ່ກະຈຸກສັ້ນໆ, ໜາແໜ້ນຕາມລໍາຕົ້ນ, ມີຄວາມຍາວປະມານ 5-23 ຊມ, ຊໍ່ດອກຈະຫ້ອຍຍ່ອຍລົງ, ດອກນັ້ນມີຈໍານວນຫຼາຍ, ແກນຊໍ່ດອກມີຂົນລະອຽດ ແລະ ຂົນຄັນແຂງສີນໍ້າຕານ, ກ້ານດອກຍາວປະມານ 0.8-1 ຊມ, ໃບປະດັບ ແລະ ໃບປະດັບຍ່ອຍມີລັກສະນະເປັນຮູບໄຂ່. ໝາກເປັນຝັກແຂງ, ລັກສະນະຂອງຝັກເປັນຮູບຂອບຂະໜານແປຄ້າຍຄືຜັກຟ້າ, ສັນຄອດໄປຕາມລັກສະນະແກ່ນ, ຝັກມີຄວາມຍາວປະມານ 20-48 ຊມ, ຜິວຝັກມີຂົ້ນສັ້ນນຸ່ມສີນໍ້າຕານໜາແໜ້ນ, ພາຍໃນຝັກມີແກ່ນປະມານ 6-15 ແກ່ນ, ແກ່ນເປັນສີນໍ້າຕານດໍາແປ, ແຂງ, ຜິວເປັນມັນ.

ບັນຍາຍການນຳໃຊ້

ປະໂຫຍດ: ຈະນໍາເຄືອມາຫັ່ນເປັນວົງກົມຕາກແຫ້ງຂາຍ.
ສັບພະຄຸນ:
  -  ຄົນເມືອງຈະໃຊ້ເຄືອເປັນຢາບໍາລຸງຮ່າງກາຍ, ບໍາລຸງກໍາລັງທາງເພດ.
  -  ລໍາຕົ້ນ, ເປືອກຕົ້ນ ໃຊ້ຕົ້ມປະສົມກັບເກືອ ເປັນຢາອົມແກ້ເຈັບແຂ້ວ.
  -  ແກ່ນນໍາໄປເຜົາແລ້ວບົດໃຫ້ເປັນຜົງປະສົມກັບນໍ້າມັນໝາກພ້າວ, ໃຊ້ເປັນຢາແກ້ຄັນ, ແກ້ຫິດ ແລະ ພະຍາດຜິວໜັງ.

ການປະກອບສ່ວນ