ປາມາງ / Pa Mang

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Sikukia gudgeri (Smith, 1934) / Cyprinidae
ຊື່ພ້ອງ
Xenocheilichthys gudgeri Smith, 1934
ຊື່ອື່ນ
Cambodian: Trey phneikrawhorm
Lao: Pa Khao Na
Thai: น้ำฝาย บักมาง
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 8; A: 5; P1: 14-15; P2: ii, 8. ຮູບຮ່າງຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງລໍາຕົວເທົ່າ 38.35-41.48% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 24.46-37.35% ຂອງ SL. ຫົວ: ເສັ້ນກອງອາຫານ ຫຼື ແຂ້ວຟັນຟືມເປັນຄືຂົນນົກ, ຫົວ ແລະ ຕາຂ້ອນຂ້າງໃຫຍ່, ບໍ່ມີໜວດ, ປາກຢູ່ທາງດ້ານໜ້າສຸດຂອງສ່ວນຫົວ, ຮີມສົບດ້ານເທີງ ແລະ ລຸ່ມເທົ່າກັນ, ດ້ານເທີງຂອງສ່ວນຫົວເປັນສີດຳ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 27.85-39.13% ຂອງຄວາມຍາວຫົວ (HL). ລຳໂຕ: ຄີຫາງ, ຄີຫຼັງ, ຄີເອິກອອກສີນ້ຳຕານ, ຄີທ້ອງ ແລະ ຄີກົ້ນເປັນສີຂາວ, ກ້ານຄີຫຼັງ ອັນສຸດທ້າຍ ເປັນແຂ້ວເລື່ອຍ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 35 ເກັດ, ເກັດກ່ອນຄີຫຼັງ 10-12 ເກັດ, ເກັດອ້ອມກົກຫາງ 16 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 5 ແລະ ເກັດໜ້າຄີກົ້ນຂຶ້ນ ໄປຫາຕາມເສັ້ນຂ້າງໂຕ ຕາມແນວສະຫຼຽງ 6 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງຢູ່ຕັ້ງສາກກັບຈຸດເລີ່ມຕົ້ນ ຂອງຄີທ້ອງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 10 ເສັ້ນກ້ານຄີອ່ອນ, ຄີທ້ອງ 7 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳໂຕ: ຮ່າງກາຍເປັນສີເງິນ. 

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ຖືກມອງ, ແຫ ແລະ ລີ້. ສາມາດເຮັດເປັນອາຫານໄດ້ຫຼາຍຮູບແບບ ເຊັ່ນ: ເອາະ, ປີ້ງ, ປາແຫ້ງ ແລະ ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ອາໄສຢູ່ບ່ອນທີ່ມີພື້ນທ້ອງນ້ຳເປັນຊາຍ, ມັກອົບພະຍົບຕາມສາຍແມ່ນ້ຳຕ່າງໆຂອງສາຂາແມ່ນ້ຳຂອງ ເພື່ອວາງໄຂ່ ແລະ ຫາກິນ. ເມື່ອເຖິງລະດູນ້ຳລົດລົງພວກມັນຈະເຄື່ອນຍ້າຍມາແຫຼ່ງນ້ຳສາຍຫຼັກ.

ການປະກອບສ່ວນ