ປາຈາດຫາງດຳ / Pa Jaad Hang Dam

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Poropuntius normani Smith, 1931 / Cyprinidae
ຊື່ພ້ອງ
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 8; A: 5; P1: 14; P2: 8. ຮູບຮ່າງຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ຄວາມເລິກຂອງລໍາໂຕ 31.08-32.22% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 24.32-25.55% ຂອງ SL. ຫົວ: ສັນດັງແຫຼມ, ຫົວ ແລະ ຕາຂ້ອນ ຂ້າງໃຫຍ່, ມີໜວດ 2 ຄູ່, ບໍລິເວນຮີມສົບດ້ານລຸ່ມ ແລະ ດ້ານເທິງສະເໝີກັນ, ດັງມີ 1 ຄູ່, ຄວາມຍາວຂອງ ເສັ້ນຜ່າສູນກາງຕາ 33.33-34.78% ຄວາມຍາວຂອງຫົວ (HL). ລຳຕົວ: ຄີຫຼັງ ແລະ ຄີກົ້ນສີນໍ້າຕານ ສ່ວນກ້ານຄີສີດໍາ, ຄີທ້ອງເປັນສີຂາວ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 26-28 ເກັດ, ເກັດກ່ອນຄີຫຼັງ 11-12 ເກັດ, ເກັດອ້ອມກົກຫາງ 14 ເກັດ, ເກັດຈາກ ເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 3 ເກັດ ແລະ ເກັດໜ້າຄີກົ້ນຂຶ້ນ ໄປຫາຕາມເສັ້ນຂ້າງຕົວ ຕາມແນວສະຫຼຽງ 6 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງ ລຸດຈຸດເລີ່ມຕົ້ນຂອງຄີທ້ອງໄປທາງທ້າຍຂອງຮ່າງກາຍໜ້ອຍໜຶ່ງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 8 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ, ຄີຫາງເປັນສີເຫຼືອງມີຂອບສີດໍາ. ສີຂອງລຳໂຕ: ສີຟ້າ ແລະ ດ້ານຫຼັງອອກສີດໍາ.

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ, ໄທ ແລະ ກໍາປູເຈຍ

ບັນຍາຍການນຳໃຊ້

ເຮັດປາແຫ້ງ ແລະ ປະກອບເປັນອາຫານຫຼາຍຮູບແບບເຊັ່ນ: ແກ້ງ, ເອາະ ແລະ ປາສົ້ມ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາຢູ່ຕາມຫ້ວຍນ້ຳໄຫຼແຮງ, ມັກເຄື່ອນຍ້າຍຂຶ້ນວາງໄຂ່ຕາມຍອດນ້ຳ ແລະ ເຄື່ອນຍ້າຍລົງຫາວັງນ້ຳຖາວອນ ໃນຊ່ວງລະດູ ແລ້ງ.

ການປະກອບສ່ວນ