ປາຈາດຫາງເຫຼືອງ / Pla Jaad hang Loeng

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Poropuntius laoensis (Günther, 1868) / Cyprinidae
ຊື່ພ້ອງ
Barbus chondrorhynchus
Barbus laoensis
ຊື່ອື່ນ
Cambodian: Trey kros phnom khmao
Thai: จาด จาดเมืองลาว
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 8; A: 5; P1: 13-15; P2: 8. ຮູບຮ່າງຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ຄວາມເລິກຂອງລໍາໂຕເທົ່າ 32.85-36.06% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 25-25.31% ຂອງ SL. ຫົວ: ສັນດັງຂ້ອນຂ້າງແຫຼມ, ມີຕຸ່ມນ້ອຍຈຳນວນຫຼາຍປົກຄຸມຢູ່ສັນດັງ, ມີໜວດ 2 ຄູ່, ຮີມສົບດ້ານລຸ່ມ ແລະ ດ້ານເທິງສະເໝີກັນ, ດັງມີ 1 ຄູ່, ຄວາມຍາວຂອງເສັ້ນຜ່າສູນກາງຕາ 26.47-28.21% ຄວາມຍາວຂອງຫົວ (HL). ລຳຕົວ: ຄີແຂງອັນສຸດທ້າຍຂອງຄີຫຼັງ ບໍ່ຍາວເທົ່າ Poropuntius carinatus, ຄີຕ່າງໆສີນໍ້າຕານ, ປາຍຄີຫຼັງອັນສຸດທ້າຍຍາວກາຍຈຸດເລີ່ມຕົ້ນຂອງຄີກົ້ນ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 30-36 ເກັດ, ເກັດກ່ອນຄີຫຼັງ 11-13 ເກັດ, ເກັດອ້ອມກົກຫາງ 14 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 3 ເກັດ ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວ ຕາມແນວສະຫຼຽງ 6 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງ ລຸດຈຸດເລີ່ມຕົ້ນ ຂອງຄີທ້ອງໄປ ທາງທ້າຍຂອງຮ່າງກາຍໜ້ອຍໜຶ່ງ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 13-15 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມວ້ຳຢູ່ສ່ວນກາງເປັນ 2 ຊີກ, ຄີຫາງເປັນສີເຫຼືອງມີຂອບສີດໍາ. ສີຂອງລຳໂຕ: ສີເງີນ ແລະ ດ້ານຫຼັງອອກສີນໍ້າຕານ.

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ ແລະ ໄທ

ປາຮາມ

ບັນຍາຍການນຳໃຊ້

ເປັນປາທີ່ຫາກິນໄດ້ຕາມແມ່ນ້ຳຫ້ວຍບາງສາຍເທົ່ານັ້ນ. ເປັນປາທີ່ພົບໜ້ອຍຈື່ງບໍ່ຄ່ອຍພົບເຫັນຢູ່ຕາມຕະຫຼາດທ້ອງຖີ່ນ. ຊາວບ້ານຫາພໍໄດ້ກຸ່ມກິນພໍສຳລັບຄອບຄົວເທົ່ານັ້ນ.

ປາໃຫຍ່

ການສຶບພັນ ແລະ ວົງຈອນຊີວິດ

ປາໃຫຍ່

ເປັນປາທີ່ອາໄສຢູ່ໃນແມ່ນ້ຳຫ້ວຍທີ່ມີນ້ຳໃສ, ນ້ຳຈະໄຫຼຢູ່ປະຈຳ. ພວກມັນຈະເຄື່ອນຍ້າຍເມື່ອວາງໄຂ່ ແລະ ປະສົມພັນໃນຊ່ວງລະດູຝົນ. ປາຮາມຈະເຄື່ອນຍ້າຍລົງມາຫາວັງນ້ຳໃຫຍ່ໃນຊ່ວງທ້າຍລະດູຝົນ.

ການປະກອບສ່ວນ