ຕົ້ນຕ້າງໄກ່ / Bandicoot Berry

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Leea indica (Burm. f.) Merr. / Vitaceae
ຊື່ພ້ອງ
Aquilicia otillis Gaertn.
Leea biserrata Miq.
Leea celebica C.B. Clarke
Leea divaricata T. & B.
Leea expansa W. G. Craib
Leea fuliginosa Miq.
Leea gigantea Griff.
Leea gracilis Lauterb.
Leea naumannii Engl.
Leea novoguineensis Val.
Leea ottilis (Gaertn.) DC.
Leea palambanica Miq.
Leea pubescens Zipp. ex Miq.
Leea ramosii Merr.
Leea roehrsiana Sanders ex Masters
Leea sambucina var. biserrata (Miq.) Miq.
Leea sambucina var. heterophylla Zipp. ex Miq.
Leea sambucina var. occidentalis C.B. Clarke
Leea sambucina var. robusta Miq.
Leea sambucina var. roehrsiana (Sanders ex Masters) Chitt.
Leea sambucina var. simplex Miq.
Leea sambucina var. sumatrana (Miq.) Miq.
Leea sumatrana Miq.
Leea sundaica Miq.
Leea sundaica var. fuliginosa (Miq.) Miq.
Leea sundaica var. pilosiuscula Span. ex Miq.
Leea sundaica var. subsessilis Miq.
Leea umbraculifera C.B. Clarke
Leea viridiflora Planch.
Staphylea indica Burm. f.
ຊື່ອື່ນ
Thai: ຕົ້ນກະຕັງໃບ
Eng: Bandicoot Berry
ບັນຍາຍລັກສະນະພືດສາດ

ຕົ້ນຕ້າງໄກ່ຈັດເປັນໄມ້ຟຸ່ມຂະໜາດນ້ອຍ ຫຼື ໄມ້ຢືນຕົ້ນນ້ອຍ, ສູງ 1-3 ມ, ລໍາຕົ້ນຂ້ອນຂ້າງກ້ຽງ ຫຼື ປົກຄຸມດ້ວຍຂົນສັ້ນໆ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ ແລະ ແຍກໜໍ່. ໃບປະກອບແບບຂົນນົກປາຍຄີ່, ອອກລຽງສະຫຼັບ, ແກນກາງໃບປະສົມຍາວ 10-30 ຊມ, ກ້ານໃບປະສົມຍາວປະມານ 10-25 ຊມ ກ້ຽງ ຫຼື ມີຂົນເລັກນ້ອຍ, ກວ້າງ 3-12 ຊມ ແລະ ຍາວ 8-24 ຊມ, ແຜ່ນໃບກ້ຽງ ແລະ ມີຂົນເລັກນ້ອຍ. ອອກດອກເປັນຊໍ່ໃຫຍ່ຕັ້ງຂຶ້ນ, ຍາວ 10-25 ຊມ, ໂດຍຈະອອກຕາມງ່າມໃບ, ກ້ານໃບຊູຊໍ່ດອກຍາວ, ແຕ່ລະຊໍ່ດອກມີດອກຍ່ອຍຈໍານວນຫຼາຍ, ດອກຍ່ອຍມີຂະໜາດນ້ອຍ ເປັນສີຂາວອົມຂຽວ, ຂາວອົມເຫຼືອງ ຫຼື ສີຂຽວອ່ອນ, ດອກຈູມເປັນຮູບຊົງກົມສີແດງ ເມື່ອດອກບານຈະປ່ຽນເປັນສີຂາວ, ກາບດອກຕິດກັນເປັນຮູບຖ້ວຍ ຍາວ 2-3 ມມ. ໝາກມີລັກສະນະເປັນຮູບຊົງກົມ, ດ້ານເທິງແປ, ໝາກອ່ອນເປັນສີຂຽວ, ເມື່ອແກ່ຈະປ່ຽນເປັນສີແດງເຂັ້ມຈົນເຖິງດໍາ, ຜິວໝາກບາງມີເນື້ອນຸ່ມ, ພາຍໃນໝາກມີແກ່ນເປັນຮູບໄຂ່, ອອກໝາກໃນຊ່ວງເດືອນກໍລະກົດຫາສິງຫາ.

ບັນຍາຍການນຳໃຊ້

ໃບ ແລະ ຍອດອ່ອນ: ຮັບປະທານເປັນຜັກສົດ ຫຼື ລວກກິນກັບແຈ່ວ.

ປະໂຫຍດ:
-  ໝາກສຸກສາມາດຮັບປະທານໄດ້ ແລະ ໃຊ້ເປັນເຍື້ອສໍາລັບຕົກປາ.
-  ໃບອ່ອນ ແລະ ຍອດອ່ອນໃຊ້ຮັບປະທານເປັນຜັກສົດກັບແຈ່ວ ຫຼື ນໍາມາລວກ ຫຼື ຕົ້ມຮັບປະທານ ໂດຍຈະມີລົດຝາດມັນ.
-  ນອກຈາກນີ້ຍັງມີການໃຊ້ຮາກຂອງຕົ້ນຕ້າງໄກ່ນໍາມາຕໍາໃສ່ບາດແຜທີມີໜອງຂອງງົວ, ຄວາຍ ແລະ ຊ້າງອີກດ້ວຍ.
ສັບພະຄຸນ:
-  ໃບນໍາໄປເພົາໄຟໃຫ້ແຫມ ໃຊ້ເປັນຢາພອກຫົວແກ້ເຈັບຫົວ, ມືນງົງ.
-  ນໍ້າຍາງຈາກໃບອ່ອນໃຊ້ເປັນຢາຊ່ວຍຍ່ອຍ.
-  ທັ້ງຕົ້ນໃຊ້ປະສົມກັບສະໝຸນໄພຊະນິດອື່ນ ຕົ້ມກັບນໍ້ານໍ້າດື່ມເປັນຢາຮັກສາມະເຮັງເຕົ້ານົມ.
-  ຮາກໃຊ້ຕົ້ມກັບນໍ້າດື່ມແກ້ເຈັບທ້ອງ, ທ້ອງເສີຍ ແລະ ແກ້ທ້ອງບິດ.

  • ຮາກ: ຝົນກັບເຫຼົ້າຮັກສາແຜໄຟໄໝ້ ແລະ ນ້ຳຮ້ອນຫຼວກ, ຕົ້ມກິນເປັນຢາແກ້ເຈັບທ້ອງ, ຖອກທ້ອງ, ແກ້ເຈັບທອງບິດ, ຂັບເຫື່ອ ແລະ ເປັນຢາເຢັນແກ້ອາການຂາດນ້ຳ, ແກ້ໄຂ້, ແກ້ໄຂ້ຮາກສາດ, ແກ້ເຈັບເມື່ອຍຕາມຮ່າງກາຍ, ແກ້ຄັນຕາມຕົນໂຕ, ດັບຮ້ອນ, ຮາກໃຊ້ປະສົມກັບສະໝູນໄພຊະນິດອື່ນຕົ້ມດື່ມແກ້ຕົກຂາວ, ມະເຮັງລຳໄສ້ ແລະ ຮັກສາມະເຮັງມົດລູກ.
  • ໃບ: ນຳມາຢ້າງໄຟໃຫ້ຮຽວແລ້ວນຳມາພອກຫົວແກ້ວຽນຫົວ, ມື່ນງົງ, ຕຳເປັນຢາພອກແກ້ເມື່ອຍກ້າມແຂນ-ຂາ ແລະ ແກ້ຜື່ນຄັນຕາມຜິວໜັງ.
  • ນ້ຳຢາງ: ນ້ຳຢາງຈາກຍອດ ຫຼື ໃບອ່ອນໃຊ້ເປັນຢາຊ່ວຍຍ່ອຍ.
  • ທັງຕົ້ນ: ຕົ້ມດື່ມເປັນຢາຮັກສາມະເຮັງເຕົ້ານົມ.
ການປະກອບສ່ວນ