ປາຂັ້ນເຮືອລາຍແຈ້ງ / Pa Khan Heua Laiy Jang

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Opsarius pulchellus (Smith 1931) / Cyprinidae
ຊື່ພ້ອງ
Barilius pulchellus Smith, 1931
Barilius buddhae Fowler, 1934
Barilius pellegrini Fang, 1938
Paradaniops macropterus Nguyen & Doan, 1967
Daniops nammuensis Nguyen & Doan, 1969
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 9; A: 12-13; P1: 13-15; P2: 7. ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງຮ່າງກາຍເທົ່າ 31.46-32.05% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 24.49-26.57 ຂອງ SL. ຫົວ: ປາກກ້ວາງ, ສັນດັງສັ້ນ, ມີຕຸ່ມເປັນແຖວຢູ່ຄາງກະໄຕ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 25.64-26.31% ຂອງຄວາມຍາວຫົວ (HL) ລໍາໂຕ: ຮ່າງກາຍເລິກໃນໂຕເຕັມໄວ, ຂ້ອນຂ້າງເລິກກວ່າ O. koratensis, ເພດຜູ້ມີຂອບຄີຫຼັງໂຄ້ງມົນຫຼາຍກວ່າເພດແມ່, ມີເສັ້ນສີແຊກລະຫວ່າງກ້ານຄີແຕ່ລະອັນຂອງຄີຫຼັງ, ຂອງປາຍຄີຫູ, ປາຍຂອງຄີທ້ອງ ແລະ ຄີກົ້ນ; ມີເສັ້ນຂີດສີດໍາ ຕາມລວງຂວາງຂອງລໍາໂຕ 6-9 ຂີດ ເຫັນໄດ້ຢ່າງຊັດເຈນ, 37-40 ເກັດເສັ້ນຂ້າງໂຕ, 12-14 ເກັດອ້ອມກົກຫາງ, 21-23 ເກັດກ່ອນຄີຫຼັງ, ຄີຫຼັງມີ 9 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 12-13 ເສັ້ນກ້ານຄີອ່ອນ, ຄີເອິກມີ 13-15 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 7 ເສັ້ນກ້ານຄີອ່ອນ; ຫາງ: ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ; ຮ່າງກາຍເປັນສີຟ້າຂາວ,ເພດຜູ້ຈະມີສີຟ້າ ອອກເຫຼືອງອົມຂຽວສະທ້ອນ, ຄີຕ່າງໆມີສີອອກສົ້ມ.

ການແຜ່ກະຈາຍ: ແມ່ນໍ້າຂອງໃນກໍາປູເຈຍ, ປະເທດໄທ, ສປປລາວ ແລະ ປະເທດຈີນ (ຢຸນນານ); ແມ່ນໍ້າເຈົ້າພະຍາ, ພາກເຫນືອຂອງຫວຽດນາມ. 

ບັນຍາຍການນຳໃຊ້

ເປັນປາທີ່ຂ້ອນຫາຍາກ ແລະ ພົບໜ້ອຍໃນຕະຫຼາດທ້ອງຖີ່ນ. ຕຶກແຫ ແລະ ມອງ ນຳມາເປັນອາຫານ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາພົບຕາມແມ່ນ້ຳຫຼ້ວຍທີ່ເປັນສາຂາຂອງແມ່ນ້ຳຂອງ ແລະ ສາຂາຕ່າງໆ. ມັກຢູ່ບ່ອນນ້ຳໄຫຼແຮງ. ຈະເຄື່ອນຍ້າຍຂຶ້ນວາງໄຂ່ຕາມຍອດນ້ຳ ແລ້ວອົບພະຍົບລົງມາຢູ່ແຫຼ່ງນ້ຳຖາວອນໃນເດືອນຕຸລາ.

ການປະກອບສ່ວນ