ປາຄີເກາະຫາງເຫຼືອງ

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Mystacoleucus obtusirostris (Valenciennes, 1842) / Cyprinidae
ຊື່ພ້ອງ
Barbus obtusirostris Valenciennes, in Cuvier & Valenciennes, 1842
Barbus marginatus Valenciennes, in Cuvier & Valenciennes, 1842
Mystacoleucus marginatus (Valenciennes, in Cuvier & Valenciennes, 1842)
Puntius siamensis Sauvage, 1883
ຊື່ອື່ນ
Cambodian: Trey teim preak
Thai: Kae Koh
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 8-9; A 8-10; P1: 12-13; P2: 8. ຮ່າງກາຍຂ້ອນຂ້າງຮຽວ, ຮູບແບບລໍາໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງຮ່າງກາຍເທົ່າ 34.53-36.88% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 24.62-25.11% ຂອງ SL. ຫົວ: ຂ້ອນຂ້າງແຫຼມ ແລະ ສັນດັງມົນ; ປາກຂະຫນາດນ້ອຍ, ສົບເທິງ ແລະ ລຸ່ມສະເໝີກັບ; ມີໜວດຂະໜາດນ້ອຍ 2 ຄູ່ທີ່ແຕກຕ່າງກັນ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 28.88-40%  ຂອງຄວາມຍາວຫົວ (HL); ລໍາໂຕ: ປາຍ ແລະ ຂອບຂອງຄີຫຼັງ ມີສີດໍາແຄບ, ຄີຕ່າງໆ ມີສີອອກເຫຼືອງ, ບໍ່ມີສີດໍາຢູ່ຖານຂອງເກັດ, ເກັດຂະໜາດໃຫຍ່, 24-26 ເກັດເສັ້ນຂ້າງໂຕ, 12 ເກັດອ້ອມກົກຫາງ, 8-9 ເກັດກ່ອນຄີຫຼັງ, ຄີຫຼັງມີ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 8-10 ເສັ້ນກ້ານຄີອ່ອນ, ຄີເອິກມີ 12-13 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ; ຫາງ: ຫາງເປັນສີເຫຼືອງ, ຂອບຄີຫາງເປັນສີດໍາ, ຫາງເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ: ເປັນສີຟ້າ

ການແຜ່ກະຈາຍ: ແມ່ນ້ໍາຂອງ ໃນປະເທດຈີນ (ຢຸນນານ), ລາວ, ປະເທດໄທ, ກໍາປູເຈຍ ແລະ ຫວຽດນາມ

ປາຮາມ

ບັນຍາຍການນຳໃຊ້

ປາຮາມ

ຫາໂດຍການໃສ່ມອງ, ໃສ່ຕຸ່ມ. ສາມາດພົບໄດ້ບາງຕະຫຼາດໃນຊ່ວງລະດູການທີ່ມີຫຼາຍ. ສາມາດເຮັດອາຫານໄດ້ຫຼາຍຮູບແບບເຊັ່ນ: ເອາະ, ແກງ, ມົກ, ປາແຫ້ງ ແລະ ປາດົກ.

ການສຶບພັນ ແລະ ວົງຈອນຊີວິດ

ປາໃຫຍ່

ເປັນປາທີ່ພົບເຫັນຕາມແມ່ນ້ຳຂອງ ແລະ ສາຂາ, ພວກມັນຈະເຄື່ອນຍ້າຍເມື່ອຕົ້ນລະດູຝົນເພື່ອຊອກຫາບ່ອນວາງໄຂ່ ແລະ ຫາກິນ. ປາຮາມ ແລະ ປາເຕັມໄວຈະເຄື່ອນຍ້າຍລົງຢູ່ຕາມອ່າງນ້ຳຖາວອນເມື່ອທ້າຍລະດູຝົນ.

ການປະກອບສ່ວນ