ປາຫົວແງນນ້ອຍ

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Laubuka laubuca (Hamilton, 1822) / Cyprinidae
ຊື່ພ້ອງ
Cyprinus laubuca Hamilton, 1822
Perilampus guttatus M’Clelland, 1839
? Perilampus perseus M’Clelland, 1839
Perilampus fulvescens Blyth, 1860
Danio menoni Barman, 1986
? Chela khujairokensis Arunkumar, 2000
? Laubuca brahmaputraensis Kulabtong, Suksri & Nonpayom, 2012
ຊື່ອື່ນ
Cambodian: Trey changwa keuy
Thai: หัวตะกั่ว แตบป้อมข้างลาย
ພັນລະນາລັກສະນະສັນຖານ

D: 8; A: 20; P1: 9; P2: 4. ຮູບແບບລຳໂຕຂ້ອນຂ້າງສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ ມີຄວາມເລິກຂອງລຳຕົວ 29.69%  ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 16.66% ຂອງ SL, ຫົວ: ມີຂະໜາດນ້ອຍ, ຕາຂ້ອນຂ້າງໃຫຍ່, ບໍ່ມີໜວດ, ຫົວມີລັກສະນະແງນ ຂຶ້ນເທິງ, ປາກຢູ່ທາງດ້ານໜ້າສຸດຂອງສ່ວນຫົວ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 40 % ຂອງຄວາມຍາວຫົວ (HL). ລຳໂຕ: ສັນເອິກແຫຼມຈາກຈຸດເລີ້ມຕົ້ນຂອງຄີເອິກກົ້ນ, ເສັ້ນຂ້າງລຳຕົວສົມບູນ, ຄີຕ່າງມີສີນໍ້າຕານດໍາ, ຈຸດເລີ່ມຕົ້ນຂອງຄີຫຼັງຍາວກາຍຈຸດເລີ່ມ ຕົ້ນຂອງຄີກົ້ນໄປທາງຫາງ ຢູ່ຂ້ອນໄປໃກ້ກັບຄີຫາງ ແລະ ຄີເອິກມີລັກສະນະຍາວແຫຼມໄປ ບໍ່ຮອດຄີກົ້ນ (ຢູ່ລະຫວ່າງກາງຈຸດເລີ່ມຕົ້ນຂອງຄີທ້ອງ ແລະ ຄີກົ້ນ); ເກັດເສັ້ນຂ້າງໂຕ 26-28 ເກັດ, ເກັດກ່ອນຄີຫຼັງ 10-11 ເກັດ, ເກັດອ້ອມກົກຫາງ 14-16 ເກັດ; ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 20 ເສັ້ນກ້ານຄີອ່ອນ, ຄີເອິກ 9 ເສັ້ນກ້ານຄີອ່ອນ, ຄີທ້ອງ 4 ເສັ້ນກ້ານຄີອ່ອນ. ຫາງ: ແຖບສີດຳ ຫຼື ສີຟ້າບໍ່ຊັດເຈນຢູ່ເລີ່ມແຕ່ສ່ວນກາງຂອງລໍາໂຕໄປຈົນເຖິງກົກຄີຫາງ, ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳໂຕ: ສີເງີນ ຫຼື ສີນໍ້າຕານອອກເຫຼືອງ, ແລະ ເກັດທີ່ຢູ່ ກ່ອນຄີຫຼັງມີລັກສະນະສີເຫຼືອງອອກເຫຼື້ອມ.

ເຂດກະຈາຍພັນ: ລາວ, ກໍາປູເຈຍ, ຫວຽດນາມ ແລະ ໄທ

ບັນຍາຍການນຳໃຊ້

adult

ຖຶກມອງ ແລະ ຖຶກໂຕ່ງ, ຊາວບ້ານນຳມາຂາຍ ຫຼື ນຳມາເປັນອາຫານ ເຊັ່ນ: ມົກ, ກອຍ ແລະ ເອາະ, ບາງຄັ້ງກໍ່ເຮັດປາສົ້ມ.

ການສຶບພັນ ແລະ ວົງຈອນຊີວິດ

adult

ເປັນປາທີ່ພົບຕາມແມ່ນ້ຳຂອງ ແລະ ສາຂາຂອງມັນ ໂດຍສະເພາະນ້ຳງື່ມ. ພວກມັນຈະເຄື່ອນ ຍ້າຍ ປະມານເດືອນ ພືດສະພາເຖິງມິຖຸນາ ເພື່ອຊອກຫາບ່ອນວາງໄຂ່ ແລະ ປາສົມພັນ. ປາຮາມ ແລະ ໂຕເຕັມໄວຈະເຄື່ອນຍ້າຍອອກຈາກແຫຼ່ງນ້ຳຖ້ວມ ຫາແຫຼ່ງນ້ຳຖາວອນປະມານເດືອນຕຸລາ.

ການປະກອບສ່ວນ