ປາຫົວແງນ / Flying Minnow

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Laubuca caeruleostigmata Smith,1931 / Cyprinidae
ຊື່ພ້ອງ
ຊື່ອື່ນ
Eng: Leaping barb
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

D: 8; A: 18; P1: 9; P2: 5. ຮູບແບບລຳໂຕຂ້ອນຂ້າງສັ້ນ (oblong)  ແລະ ແປເຂົ້າດ້ານຂ້າງ ມີຄວາມເລິກຂອງລຳຕົວ 32.69-33.96% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 22.64-23.07% ຂອງ SL, ຫົວ: ມີຂະໜາດນ້ອຍ, ຕາຂ້ອນຂ້າງໃຫຍ່, ບໍ່ມີໜວດ, ຫົວມີລັກສະນະແງນຂຶ້ນເທິງ, ຮີມສົບລຸ່ມຍາວກວ່າຮີມສົບເທິງ, ຄວາມຍາວ ຂອງເສັ້ນ ຜ່າສູນກາງຕາ 25-33.33% ຂອງຄວາມຍາວຫົວ (HL). ລຳໂຕ: ເສັ້ນຂ້າງລຳຕົວສົມບູນ, ຄີຕ່າງມີສີອອກເຫຼືອງ, ຈຸດເລີ່ມຕົ້ນ ຂອງຄີຫຼັງ ແລະ ຄີກົ້ນກົງກັນຂ້າມກັນ, ຢູ່ຂ້ອນໄປໃກ້ກັບຄີຫາງ ແລະ ຄີເອິກມີລັກສະນະຍາວແຫຼມໄປຈົນເຖິງ ຈຸດເລີ່ມຕົ້ນ ຂອງຄີກົ້ນ, ເກັດເສັ້ນຂ້າງໂຕ 26-28 ເກັດ, ເກັດກ່ອນຄີຫຼັງ 16 ເກັດ, ເກັດອ້ອມກົກຫາງ 14-16 ເກັດ, ຄີຫຼັງ 8 ເສັ້ນກ້ານຄີ ອ່ອນ, ຄີກົ້ນ 18 ເສັ້ນກ້ານຄີອ່ອນ, ຄີເອິກ 9 ເສັ້ນກ້ານຄີອ່ອນ, ຄີທ້ອງ 5 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງ ເປັນ 2 ຊີກ, ສີຂອງລຳຕົວ: ສີເງີນ ຫຼື ສີນໍ້າຕານອອກເຫຼືອງ, ມີແຖບສີຟ້າຢູ່ຂ້າງລໍາໂຕ ເລີ່ມແຕ່ສ່ວນກາງຂອງລໍາໂຕໄປຈົນ ເຖິງກົກຄີຫາງ ແລະ ເກັດທີ່ຢູ່ກ່ອນຄີຫຼັງມີລັກສະນະສີເຫຼືອງອອກເຫຼື້ອມ.

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ໄທ, ກໍາປູເຈຍ

ບັນຍາຍການນຳໃຊ້

ເປັນປາທີ່ປະຊາຊົນຫາກິນຕາມແມ່ນ້ຳຂອງ, ສາມາດໃສ່ມອງ. ສາມາດເຮັດໄດ້ຫຼາຍລາຍການ ເຊັ່ນ: ມົກ, ປາແຫ້ງ, ປາແດກ ແລະ ປາສົ້ມ.

ການປະກອບສ່ວນ