ເຄືອໝາກບ້າ / Callingcard vine

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Entada glandulosa Gagnep. / FABACEAE
ຊື່ພ້ອງ
Entada tamarindifolia Gagnep.
ຊື່ອື່ນ
Thai: ຕົ້ນສະບ້າລິງ
ບັນຍາຍລັກສະນະພືດສາດ

ເຄືອໝາກບ້າຈັດເປັນພັນໄມ້ເຄືອເນື້ອແຂງ, ເລືອພາດຕາມຕົ້ນໄມ້ໃຫຍ່, ຕາມກິ່ງມີຂົນ. ໃບປະກອບແບບຂົນນົກ 2 ຊັ້ນ ປາຍໃບຄູ່, ອອກລຽງສະຫຼັບ, ກ້ານໃບຍາວປະມານ 1.8-4 ຊມ, ມີໃບຍ່ອຍ 5-8 ຄູ່ ອອກລຽງກົງກັນຂ້າມກັນ, ໃບມີຂະໜາດປະມານ 0.5-1.7 ຊມ ແລະ ຍາວປະມານ 1.2-4 ຊມ. ອອກດອກເປັນຊໍ່ກະຈະ ໂດຍອອກຢູ່ງ່າມໃບ ຍາວປະມານ 7-12 ຊມ, ກີບດອກເປັນສີຂາວແກມເຫຼືອງມີ 5 ກີບ, ແຍກກັນ, ລັກສະນະຂອງກີບດອກເປັນຮູບຫອກ ຫຼື ຮູບຂອບຂະໜານ. ໝາກມີລັກສະນະເປັນຝັກຮູບຂອບຂະໜານ, ແປ, ໂຄ້ງງໍ ແລະ ມີຮອຍຄອດຕາມແກ່ນ, ຝັກມີຂະໜາດກວ້າງປະມານ 2.2-2.6 ຊມ ແລະ ຍາວໄດ້ 35 ຊມ, ຝັກເປັນສີນໍ້າຕານ ເປືອກດ້ານນອກຂ້ອນຂ້າງໜາ ເມື່ອແກ່ຈະຫັກເປັນທ່ອນໆ ແຕ່ລະທ່ອນຈະມີແກ່ນ 1 ແກ່ນ, ແກ່ນມີລັກສະນະເປັນຮູບເກືອບກົມ, ແປ ເປືອກນອກແຂງເປັນສີນໍ້າຕານ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
- ຕາມຕໍາລາຢາໄທຈະໃຊ້ເນື້ອຂອງແກ່ນດິບ ນໍາມາເຜົາໄຟໃຫ້ແຫມດໍາແລ້ວປະສົມກັບຢາອື່ນໆ ຮັບປະທານເປັນຢາແກ້ໄຂພິດເຊື່ອງຊືມໄດ້.
- ເນື້ອໃນແກ່ນດິບ ມີລົດເບື່ອເມົາ ໃຊ້ເປັນຢາແກ້ພະຍາດຜິວໜັງ, ຜື່ນຄັນ, ພະຍາດມະເຮັງ, ຂ້າເຊື້ອແບັກທີເລຍ ແລະ ເປັນຢາເບື່າເມົາ.
- ຢາພື່ນບ້ານອີສານຈະໃຊ້ແກ່ນ ຫຼື ຮາກຂອງເຄືອໝາກບ້າ ນໍາມາຝົນກັບເຫຼົ້າທາ ແລະ ຝົນກັບນໍ້າກິນເປັນຢາແກ້ພະຍາດຜິວໜັງ...
- ທັ້ງຕົ້ນໃຊ້ປະສົມກັບລູກປະຄົບເປັນຢາແກ້ປວດຂໍ້, ປວດເມືອຍ.
- ຍອດອ່ອນສາມາດນຳມາລວກເປັນຜັກແຈ່ວ ຫຼື ໃຊ້ຊູບຜັກປົນກັບຜັກຊະນິດອື່ນໆ.
- ນອກນັ້ນແກ່ນຍັງໃສ່ເປັນເຄື່ອງກີລາພື້ນເມືອງຊະນິດໜື່ງເອີ້ນວ່າ ຫຼີ້ນໝາກແລ ຫຼື ຫລີ້ນໝາກບ້ານັ້ນເອງ.

ການປະກອບສ່ວນ