ປາຄີລາມຫາງແດງ / Pa Khi Lam

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Labiobarbus siamensis (Sauvage, 1881) / Cyprinidae
ຊື່ພ້ອງ
Dangila siamensis Sauvage, 1881
Dangila spilopleura Smith, 1934
Labiobarbus spilopleura Smith, 1934
ຊື່ອື່ນ
Cambodian: Trey achkok
Thai: ซ่าสยาม คุยลามหนวดยาว หลักขน
Viet: Cá linh rìa xiêm
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 25-30; A: 5-6; P1: 15; P2: i, 8. ຮູບແບບລໍາໂຕສັ້ນ ແລະ ແປເຂົ້າດ້ານຂ້າງ, ມີຄວາມເລິກຂອງລຳໂຕ 26.96-28.15% ຂອງຄວາມຍາວມາດຖານ SL, ຄວາມຍາວຂອງຫົວ 21.34-21.35% SL. ຫົວ: ຫົວຂ້ອນຂ້າງນ້ອຍ, ຕານ້ອຍ, ມີໜວດ 2 ຄູ່, ໜວດຢູ່ກະດູກ Maxillary ຂອງຄາງກະໄຕເທິງຍາວ ເດອອກມາເຖິງ ຫຼື ພົ້ນຂອບທາງຫຼັງຂອງຕາ, ຮີມສົບດ້ານເທີງຍາວກວ່າຮີມສົບທາງດ້ານລຸ່ມ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 36.36-36.84% ຂອງຄວາມຍາວຫົວ HL. ລຳໂຕ: ມີເສັ້ນສີດຳລາຍຍາວຕາມແຖວຂອງເກັດ, ຄີຫາງ, ຄີທ້ອງ ແລະ ຄີກົ້ນອອກສີແດງ, ເສັ້ນຂ້າງໂຕສົມບູນ, ເກັດເສັ້ນຂ້າງໂຕ 36-37 ເກັດ, ເກັດກ່ອນຄີຫຼັງ 11 ເກັດ, ເກັດອ້ອມກົກຫາງ 14 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 6 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວຕາມແນວສະຫຼຽງ 5 ເກັດ, ຈຸດເລີ້ມຕົ້ນຂອງຄີຫຼັງຢູ່ໜ້າຈຸດເລີ່ມຕົ້ນຂອງຄີທ້ອງ, ຄີຫຼັງ 25-30 ເສັ້ນກ້ານຄີອ່ອນ, ຄີກົ້ນ 5-6 ເສັ້ນກ້ານຄີອ່ອນ, ຄີເອິກ 15 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ມີຮອຍວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳຕົວ: ສີນໍ້າຕານເງີນ.

ການກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ, ຫວຽດນາມ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ພົບປາຊະນິດນີ້ຫຼາຍໃນຊ່ວງລະດູຝົນ. ສາມາດນຳມາເຮັດເປັນອາຫານໄດ້ຫຼາຍລາຍການເຊັ່ນ: ແກງ, ເອາະ, ປີ້ງ, ປາແຫ້ງ, ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ພົບໄດ້ຕາມແມ່ນ້ຳສາຍຫຼັກໃນຊ່ວງລະດູແລ້ງ. ໄຂ່ພ້ອມປະສົມພັນໃນຊ່ວງຕົ້ນລະດູຝົນ, ໂຕແມ່ລະໂຕຜູ້ຈະເລີ້ມເຄື່ອນຍ້າຍເຂົ້າແມ່ນ້ຳສາຍສາຂາ ແລະ ຊອກບ່ອນວາງໄຂ່ ແລະ ປະສົມພັນ. ຕົວອ່ອນ ແລະ ປາຮາມຈະຫາກິນໃນເຂດນ້ຳຖ້ວມ. ພວກມັນຈະເລີ່ມເຄື່ອນຍ້າຍລົງສູ່ແມ່ນ້ຳສາຍຫຼັກ.

ການປະກອບສ່ວນ