ປາອີ່ໄທ / E-Thai

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Osteochilus striatus (Kottelat, 1998) / Cyprinidae
ຊື່ພ້ອງ
ຊື່ອື່ນ
ພັນລະນາລັກສະນະສັນຖານ

D: 12; A: 5; P1: 12; P2: 8. ຮູບແບບລໍາໂຕສັ້ນ ແລະ ແປທາງດ້ານຂ້າງ, ມີຄວາມເລິກຂອງລໍາຕົວ 30.3-33.21 % ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 26.47-27.53 % SL. ຫົວ: ມີຂະໜາດນ້ອຍ, ໜວດມີ 2 ຄູ່, ຕາຂ້ອນຂ້າງນ້ອຍ, ປາກຢູ່ປາຍສຸດຂອງຫົວ, ມີຮູດັງມີ 1 ຄູ່, ຮີມສົບດ້ານເທິງ ແລະ ດ້ານລຸ່ມສະເໝີກັນ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 22.22-25.30 % ຄວາມຍາວຫົວ HL. ລໍາໂຕ: ມີເມັດນ້ອຍໆສີດຳ ແລະສົ້ມຈຳນວນ 8-10 ແຖວ ຢາຍຢູ່ຕາມແຖວເກັດຂອງລໍາໂຕ, ຄີຫຼັງ, ຄີທ້ອງ ແລະ ຄີກົ້ນອອກສີແດງ ຫຼື ສີສົ້ມ, ເກັດເສັ້ນຂ້າງລໍາໂຕສົມບູນ, ມີເກັດເສັ້ນຂ້າງໂຕ 33 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 16 ເກັດ, ເກັດຈາກເກັດກ່ອນຄີຫຼັງ ລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 6 ແລະ ເກັດໜ້າຄີກົ້ນຂຶ້ນ ໄປຫາຕາມເສັ້ນຂ້າງຕົວຕາມ ແນວສະຫຼຽງມີ 5 ເກັດ, ຄີຫຼັງມີ 12 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 5 ເສັ້ນກ້ານຄີອ່ອນ, ຄີເອິກມີ 12 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ມີຮ້ອຍວໍ້າເຂົ້າຢູ່ສ່ວນກາງເປັນ 2 ຊິກ. ສີຂອງລໍາໂຕ: ສີນໍ້າຕານປົນສີເທົາ, ດ້ານເທິງຂອງລໍາໂຕສີເຂັ້ມກວ່າດ້ານລຸ່ມ.     

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ປະຊາຊົນຫາກິນຕາມລະດູການ, ຊ່ວງລະດູຝົນຈະໄດ້ຫຼາຍເພາະມີການເຄື່ອນຍ້າຍຂອງປາ. ສາມາດນຳມາປຸງແຕ່ງເປັນອາຫານໄດ້ຫຼາຍແບບ. ນອກນັ້ນຍັງສາມາດເຮັດເປັນປາແຫ້ງ ແລະ ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ພົບຕາມແມ່ນ້ຳສາຍຫຼັກໃນຊ່ວງລະດູແຫ້ງ, ຈະເຄື່ອນຍ້າຍອອກຫາກິນ ແລະ ວາງໄຂ່ໃນຊ່ວງລະດູຝົນ ຈະພົບໃນໜອງ, ບຶງ ແລະ ຫ້ວຍ. ມັນຈະເລີ່ມເຄື່ອນຍ້າຍລົງມາສູ່ແມ່ນ້ຳສາຍຫຼັກປະມານເດືອນຕຸລາ.

ການປະກອບສ່ວນ