ປາອີ່ໄທຈຳ / Hard-lipped Barb

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Osteochilus vittatus (Valenciennes, 1842) / Cyprinidae
ຊື່ພ້ອງ
Labeo neilli Day, 1870
Osteochilus duostigma Fowler, 1937
Osteochilus hasselti (Valenciennes, 1842)
Osteochilus hasselti tweediei Menon
Osteochilus hasseltii (Valenciennes, 1842)
Osteochilus hasseltii tweediei Menon, 1954
Osteochilus kuhlii (Bleeker, 1860)
Osteochilus melanopterus Tirant, 1883
Osteochilus neilli (Day, 1870)
Rohita erythrura Valenciennes, 1842
Rohita hasseltii Valenciennes, 184
Rohita kuhli Bleeker, 1860
Rohita rostellatus Valenciennes, 1842
Rohita vittata Valenciennes, 1842
ຊື່ອື່ນ
Cambodian: Trey kros memay
Thai: E-Thai
Viet: Cá mè lúi
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 16; A: 5; P1: 15; P2: 7. ລໍາໂຕຂ້ອນຂ້າງຍາວ ແລະ ແປທາງດ້ານຂ້າງເລັກນ້ອຍ, ມີຄວາມເລິກຂອງລໍາຕົວ 35.3-36.23% SL, ຄວາມຍາວຂອງຫົວ 26.47-27.53% SL. ຫົວ: ມີຂະໜາດນ້ອຍ, ໜວດມີ 2 ຄູ່, ຕາຂ້ອນຂ້າງນ້ອຍ, ປາກຢູ່ປາຍສຸດຂອງຫົວ, ມີຮູດັງມີ 1 ຄູ່, ຮີມສົບດ້ານເທິງ ແລະ ດ້ານລຸ່ມສະເໝີກັນ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 22.22-26.31% ຄວາມຍາວຫົວ HL. ລໍາໂຕ: ມີຈຸດສີດໍາ 2 ຈຸດຢູ່ບໍລິເວນເສັ້ນຂ້າງໂຕໃກ້ກັບເງີບ ແລະ ບໍລິເວນກົກຄີຫາງ, ສ່ວນປາຍຂອງຄີຫາງ, ຄີຫຼັງ, ຄີທ້ອງ ແລະ ຄີກົ້ນອອກສີແດງ ຫຼື ສີສົ້ມ ແລະ ຄີເອິກສີອອກຂຽວ, ເກັດເສັ້ນຂ້າງລໍາໂຕສົມບູນ, ມີເກັດເສັ້ນຂ້າງໂຕ 31 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອອ້ມກົກຫາງ 14 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງຕົວຕາມແນວສະຫຼຽງ 6 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວຕາມແນວສະຫຼຽງມີ 5 ເກັດ, ຄີຫຼັງມີ 18 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 7 ເສັ້ນກ້ານຄີອ່ອນ, ຄີເອິກມີ 15 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ມີຮ້ອຍວໍ້າເຂົ້າຢູ່ສ່ວນກາງເປັນ 2 ຊິກ. ສີຂອງລໍາໂຕ: ສີນໍ້າຕານປົນສີເທົາ, ດ້ານເທິງຂອງລໍາໂຕສີເຂັ້ມກວ່າດ້ານລຸ່ມ. 

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ເປັນປາທີ່ພົບວ່າມີການຫາຫຼາຍ ມີການຫາດ້ວຍມອງ ຫຼື ອ້ວນຂະໜາດໃຫຍ່ ເພື່ອນຳມາຂາຍບໍລິເວນອ່າງນ້ຳງື່ມ. ເຊິ່ງນຳມາແປຮູບເປັນປາແຫ້ງ, ປາແດກ. ນິຍົມນຳມາປີ້ງ ແລະ ເອາະໃສ່ຜັກຫອມປ້ອມ ແລະ ຜັກຊີ.

ການສຶບພັນ ແລະ ວົງຈອນຊີວິດ

ພວກມັນມັກຢູ່ຕາມລຳຫ້ວຍທີ່ພື້ນທ້ອງນ້ຳເປັນຕົມປົນຊາຍ, ຈະມັກເຄື່ອນຍ້າຍໄປຫາກິນໃນເຂດນ້ຳຖ້ວມໃນຊ່ວງລະດູຝົນ ແລະ ກັບຄືນສູ່ແມ່ນ້ຳສາຍຫຼັກເມື່ອທ້າຍລະດູຝົນ. ຈະພົບພວກຕົວກາງໄວ ຫາໃນຊ່ວງ ເດືອນສີງຫາ ພວກມັນເລີ່ມເຄື່ອນຍ້າຍໄປຫາແຫຼ່ງນ້ຳຖາວອນ, ມັກອາໄສຢູ່ຕາມຮາກໄມ້ ຫຼື ກ້ອງວັດຖຸທືບໆ. ຕົວເຕັມໄວຈະກິນພວກຮາກ ພືຶດ, ເທົາຈຸລັງດຽວ ແລະ ກຸ້ງບາງຊະນິດ. ພົບຫຼາຍທີ່ສຸດໃນອ່າງນ້ຳງື່ມ.

ການປະກອບສ່ວນ