ປາອີ່ໄທຂ້າງແຖບຈາງ / E-Thai Khan Laiy Jang

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Osteochilus microcephalus (Valenciennes, 1842) / Cyprinidae
ຊື່ພ້ອງ
Osteochilus brachynotopterus (Bleeker, 1855)
Osteochilus tripore (Bleeker, 1852)
Osteochilus triporos (Bleeker, 1852)
Osteochilus triporus (Bleeker, 1852)
Rohita brachynotopterus (Bleeker, 1855)
Rohita microcephalus (Valenciennes, 1842)
Rohita triporos (Bleeker, 1852)
ຊື່ອື່ນ
Cambodian: Trey kros chhnouth
Thai: E-Thai Khaang Lai
Viet: Cá mè lúi
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 11-12; A: 6-7; P1: 13-14; P2: 8. ຮູບແບບລໍາໂຕສັ້ນ ແລະ ແປທາງດ້ານຂ້າງ, ມີຄວາມເລິກຂອງລໍາໂຕ 33.31-35.33% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 23.22-24% ຂອງ SL. ຫົວ: ຂະໜາດນ້ອຍ, ມີໜວດ 2 ຄູ່, ຕາຂ້ອນຂ້າງໃຫຍ່, ຮີມສົບເທິງຍາວກວ່າຮີມສົບດ້ານລຸ່ມເລັກນ້ອຍ, ມີຕຸ່ມ 1-3 ຕຸ່ມຢູ່ບໍລິເວນປາຍຂອງສັນດັງ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 23.35-27.28% ຂອງຄວາມຍາວຫົວ HL. ລໍາໂຕ: ຢູ່ບໍລິເວນກາງໂຕມີແຖບເສັ້ນສີດຳໃຫຍ່ ແລະ ຍາວ ຕັ້ງແຕ່ປາຍປາກຈົນໄປຮອດຖານຂອງຄີຫາງ, ຄີຫາງ, ຄີຫຼັງ, ຄີທ້ອງ ແລະ ຄີກົ້ນສີແດງອົມສົ້ມ, ເກັດເສັ້ນຂ້າງລໍາໂຕສົມບູນ, ມີເກັດເສັ້ນຂ້າງໂຕ 32-34 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 16 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງໄປຫາເສັ້ນຂ້າງໂຕຕາມແນວສະຫຼຽງ 6 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວຕາມແນວສະຫຼຽງມີ 4 ເກັດ, ຄີຫຼັງມີ 11-12 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 6-7 ເສັ້ນກ້ານຄີອ່ອນ, ຄີເອິກມີ 13-14 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ຫາງແບບງ່າມ (ວໍ້າເຂົ້າຢູ່ສ່ວນກາງແບ່ງຫາງເປັນ 2 ຊິກ). ສີຂອງລໍາໂຕ: ສີເງິນອົມນໍ້າຕານ. 

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ສະໜອງເປັນອາຫານໃນທ້ອງຖີ່ນ, ໂດຍຊາວບ້ານມັກຫາໃນຊ່ວງລະດູຝົນເພື່ອປະກອບເປັນອາຫານໄດ້ຫຼາຍ ຢ່າງ ເຊັ່ນ: ແກງ, ປີ້ງ, ແຈ່ວ, ປາແຫ້ງ ຫຼື ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ຄາດວ່າວາງໄຂ່ ແລະ ໂຕອ່ອນຈະເລີນເຕິບໂຕໃນເຂດນ້ຳຖ້ວມໃນຊ່ວງລະດູຝົນ, ອາດຈະເປັນຫ້ວຍ, ໜອງ ແລະ ບືງ. ຕົວໄວກາງຈະເຄື່ອນຍ້າຍລົງມາຫາແມ່ນ້ຳສາຍຫຼັກໃນຊ່ວງລະດູແຫ້ງ.

ການປະກອບສ່ວນ