ປາຂີ້ຂົມ / Dusky Face Carp

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Osteochilus lini (Fowler, 1935) / Cyprinidae
ຊື່ພ້ອງ
ຊື່ອື່ນ
ປາໜ້າມຸມ
Cambodian: ត្រី​ ក្រុស
Thai: สร้อยนกเขาหน้าหมอง อีไทแหล่
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 13-15; A: 6; P1: 13; P2: 8. ຮູບແບບລໍາໂຕສັ້ນ ແລະ ແປທາງດ້ານຂ້າງ, ມີຄວາມເລິກຂອງລໍາໂຕເທົ່າກັບ 34.61-36.53% ຂອງຄວາມຍາວມາດຖານ (SL), ມີຄວາມຍາວຂອງຫົວ 23.07-25% ຂອງ SL. ຫົວ: ຫົວມີຂະໜາດນ້ອຍ, ມີໜວດ 2 ຄູ່, ບໍ່ມີຕຸ່ມຢູ່ບໍລິເວນປາຍຂອງສັນດັງ, ປາກຢູ່ປາຍສຸດຂອງສ່ວນຫົວ (ຮີມສົບດ້ານລຸ່ມ ແລະ ດ້ານເທິງສະເໝີກັນ), ດັງ 1 ຄູ່, ຕາຂ້ອນຂ້າງໃຫຍ່, ຄວາມຍາວຂອງເສັ້ນຜ່າສູນກາງຕາເທົ່າ 33.33-38.46% ຂອງຄວາມຍາວຫົວ (HL). ລໍາໂຕ: ມີຮອຍແຕ້ມສີດໍາຢູ່ດ້ານຂ້າງຂອງລໍາໂຕ ບໍລິເວນກາງລະຫວ່າງຄີຫຼັງ ແລະ ຄີທ້ອງຂ້ອນມາທາງດ້ານໜ້າໃກ້ກັບເງີບ, ຄີຫາງ, ຄີຫຼັງ, ຄີທ້ອງ ແລະ ຄີກົ້ນອອກສີແດງຈາງ, ເກັດເສັ້ນຂ້າງລໍາໂຕສົມບູນ, ມີເກັດເສັ້ນຂ້າງໂຕ 32-33 ເກັດ, , ເກັດກ່ອນຄີຫຼັງ 14 ເກັດ, ເກັດອ້ອມກົກຫາງ 12 ເກັດ, ເກັດຈາກເທິງເສັ້ນຂ້າງໂຕຂຶ້ນໄປຫາເກັດກ່ອນຄີຫຼັງຕາມແນວສະຫຼຽງ 6 ເກັດ, ແລະ ເກັດຈາກລຸ່ມເສັ້ນຂ້າງໂຕລົງໄປຫາເກັດໃກ້ຮູທະວານ ຕາມແນວສະຫຼຽງມີ 4 ເກັດ; ຖານຄີຫຼັງຍາວ ແລະ ມີ 13-15 ເສັ້ນກ້ານຄີອ່ອນ, ຄີກົ້ນມີ 6 ເສັ້ນກ້ານຄີອ່ອນ, ຄີເອິກມີ 13 ເສັ້ນກ້ານຄີອ່ອນ ແລະ ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ບາງເທື່ອຈະເຫັນເມັດ ຫຼື ຂີດສີດຳຈາງຢູ່ກົກຫາງບໍລິເວນເສັ້ນຂ້າງໂຕ, ຫາງແບບງ່າມ (ວໍ້າເຂົ້າຢູ່ສ່ວນກາງແບ່ງຫາງເປັນ 2 ຊິກ). ສີຂອງລໍາໂຕ: ສີເທົາອອກສີນໍ້າຕານອ່ອນ, ດ້ານເທິງຮ່າງກາຍຈະມີສີຈະເຂັ້ມກວ່າ ດ້ານລຸ່ມ. 

ເຂດກະຈາຍພັນ: ພົບຢູ່ອ່າງແມ່ນໍ້າຂອງໃນ ສປປລາວ, ໄທ ແລະ ກໍາປູເຈຍ.

ບັນຍາຍການນຳໃຊ້

ຫາໄດ້ຫຼາຍໃນຊ່ວງລະດູຝົນ, ມັກນຳມາປຸງແຕ່ງເປັນອາຫານ ແລະ ເຮັດເປັນປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ໂຕເຕັມໄວຈະພົບຢູ່ຕາມແມ່ນ້ຳສາຍຫຼັກ ຫຼື ຫ້ວຍຂະໜາດກາງຫາໃຫຍ່. ພວກມັນມັກເຄື່ອນຍ້າຍໃນຊ່ວງລະດູຝົນເພື່ອອອກຫາກິນ, ປະສົມພັນ ແລະ ວາງໄຂ່ໃນເຂດນ້ຳຖ້ວມ, ຈະເຄື່ອນຍ້າຍລົງສູ່ແມ່ນ້ຳສາຍຫຼັກປະມານເດືອນຕຸລາ. ຕົວກາງໄວທີ່ເປັນປາຮາມຈະພົບໃນຊ່ວງເດືອນ ສີງຫາ ແລະ ຈະເຄື່ອນຍ້າຍລົງສູ່ແມ່ນ້ຳສາຍຫຼັກພ້ອມກັບຕົວເຕັມໄວ.

ການປະກອບສ່ວນ