ແມງຂວດ / The Bushcricket

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Mecopoda elongata (Linnaeus, 1758) / Tettigoniidae
ຊື່ພ້ອງ
Gryllus elongatus Linnaeus, 1758
ຊື່ອື່ນ
ແມງຕັກກະແຕນຈິງໂຈະ
Thai: ตั๊กแตนพุงพลุ้ย
ພັນລະນາລັກສະນະສັນຖານ

ລັກສະນະທົ່ວໄປ: ແມງຕັກກະແຕນຈິງໂຈະ ມີຮ່າງກາຍຂະໜາດໃຫຍ່ ຍາວປະມານ 75  ມມ. ລໍາຕົວເປັນສີນໍ້າຕານ ປີກຈະມີຈຸດສີດໍາເປັນຈຸດໆ ແຕ່ລັກສະນະຂອງສີຮ່າງກາຍແມ່ນສາມາດປັບໂຕໃຫ້ເຂົ້າກັບສະພາບແວດລ້ອມທີ່ຢູ່ອາໃສ ເຊັ່ນ: ສີຂຽວແກ່, ສີຂຽວ, ສີນໍ້າຕານແກ່, ສີນໍ້າຕານອ່ອນ, ສີເທົ່າ, ສີເຫຼືອງອ່ອນ... ປາຍຂອງສ່ວນທ້ອງຈະມີອະໄວຍະວະຄືກັບດາບ (Ovipositor) ຊ່ວຍໃນການວາງໄຂ່. ຮ່າງກາຍຂອງແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform). ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜນບາງໃສ (Membrane). ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs), ຂາຄູ່ໜ້າເຮັດໜ້າທີ່ຍຶດ ຫຼື ຈັບເຫຍື່ອ (grasping Legs), ຂາຄູ່ການເປັນຂາໄຕຄານ (Walking legs)  ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະ ໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg). ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli) ຢູ່ລະຫວ່າງກາງຂອງຕາລວມ. ແຫຼ່ງທີ່ພົບແມງຕັກກະແຕນຈິງໂຈະ: ສາມາດພົບທົ່ວໄປຕາມທົ່ງຫຍ້າ, ຟຸ່ມໄມ້, ປ່າໂດກ, ປ່າເລົ່າ. ອາຫານຂອງແມງຕັກກະແຕນຈິງໂຈະ (ໂຕອ່ອນ ແລະ ໂຕເຕັມໄວ) ກິນພືດເປັນອາຫານ. 

ບັນຍາຍການນຳໃຊ້

ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸ່ງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາຂາຍເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ລາຄາຂາຍຕັກກະແຕນຈິງໂຈະຕາມທ້ອງຕະຫຼາດ 15,000-25,000 ກີບ/ກິໂລກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ການສືບພັນ (Reproduction): ການສືບພັນ ແລະ ວົງຈອນຊີວິດຂອງແມງຕັກກະແຕນໃບບອນແມ່ນອາໄສເພດຜູ້ ແລະ ເພດແມ່ ໃນການສືບພັນ. ການປະສົມພັນຈະຢູ່ໃນລະຫວ່າງເດືອນ 10-12. 
ໄລຍະໄຂ່ (Eggs): ຕົວແມ່ 1 ຕົວ ຈະວາງໄຂ່ປະມານ 70-100 ໜ່ວຍ, ໄຂ່ຈະແຕກອອກເປັນໂຕອ່ອນລະຫວ່າງເດືອນ 5-6. ໄຂ່ມີຄວາມກວ້າງປະມານ 1,5-2,5 ມມ ແລະ ຍາວປະມານ 4-6 ມມ. ການວາງໄຂ່ຈະເປັນກຸ່ມໆ ກຸ່ມໜຶ່ງປະມານ 10-15 ໜ່ວຍ. ໄຂ່ມີລັກສະນະເປັນໜ່ວຍກົມຍາວຄືເມັດເຂົ້າສານສີເຫຼືອງອ່ອນ-ຂາວຂຸ້ນໄສ. ໄຂ່ຈະແຕກອອກເປັນໂຕອ່ອນປະມານ 4-5 ອາທິດ.
ໄລຍະເປັນໂຕອ່ອນ (Nymphs): ລັກສະນະຂອງໂຕອ່ອນຄ້າຍກັບພໍ່ແມ່ ແຕ່ບໍ່ມີປີກ, ຕົວອ່ອນທີແຕກອອກຈາກໄຂ່ໃໝ່ຈະເປັນສີນໍໍ້າຕານອ່ອນ, ສີຂຽວອ່ອນ, ສີຂິີ້ເທົ່າ (ສີຈະຂືຶ້ນກັບສະພາບແວດ້ອມ). ຂະໜາດຮ່າງກາຍຕົວອ່ອນຄັ້ງທໍາອິດປະມານ 2-3 ຊມ. ໂຕອ່ອນມີການລອກຄາບຈາກຕົວອ່ອນມາເປັນຕົວເຕັມໄວປະມານ 4-5 ຄັ້ງ.
ໄລຍະໂຕເຕັມໄວ (Adults): ຮ່າງກາຍຂະໜາດໃຫຍ່ ຍາວປະມານ 75 ມມ. ລໍ້າຕົວເປັນສີນໍ້າຕານ ປີກຈະມີຈຸດສີດໍາເປັນຈຸດໆ ແຕ່ລັກສະນະຂອງສີຮ່າງກາຍແມ່ນສາມາດປັບໂຕໃຫ້ເຂົ້າກັບສະພາບແວດລ້ອມທີ່ຢູ່ອາໃສ ເຊັ່ນ: ສີຂຽວແກ່, ສີຂຽວ, ສີນໍ້າຕານແກ່, ສີນໍ້າຕານອ່ອນ, ສີເທົ່າ, ສີເຫຼືອງອ່ອນ... ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ສ່ວນທ້ອງມີອະໄວຍະວະວາງໄຂ່ (Ovipositor) ທີ່ມີລັກສະນະຄ້າຍເຂັມທີ່ຢືດອອກມາຈາກສ່ວນທ້ອງ. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ.

ການປະກອບສ່ວນ