ຕົ້ນຕາວຫ້າງ / Fishtail Palm

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Caryota mitis Lour / Arecaceae
ຊື່ພ້ອງ
Caryota furfuracea Blume ex Mart.
Caryota griffithii Becc.
Caryota griffithii var. selebica Becc.
Caryota javanica Zipp. ex Miq.
Caryota nana Linden
Caryota propinqua Blume ex Mart.
Caryota sobolifera Wall. ex Mart.
Caryota speciosa Linden
Drymophloeus zippellii Hassk.
Thuessinkia speciosa Korth.
ຊື່ອື່ນ
Thai: ເຕົ່າຮ່າງແດງ
Eng: Fishtail Palm, Burmese Fishtail Palm, Clustered Fishtail Palm, Common Fishtail Palm, Wart Fishtail Palm, Tufted Fishtail Palm.
Chinese: 短穗鱼尾葵, 叢立孔雀椰子
ບັນຍາຍລັກສະນະພືດສາດ

ຕົ້ນຕາວຫ້າງຈັດເປັນພືດຕະກຸນປາມ, ຕົ້ນແຕກກໍມີຄວາມສູງໄດ້ 5-10 ມ ແລະ ລໍາຕົ້ນມີຂະໜາດເສັ້ນຜ່າສູນກາງ 10-20 ຊມ, ມັກຂຶ້ນດ່ຽວໆ ຫຼື ແຕກກໍເປັນ 2-3 ຕົ້ນ, ບໍ່ແຕກກິ່ງມີລັກສະນະເປັນສີຂຽວ ຫຼື ເທົາອົມຂຽວ, ເປັນປາມທີ່ມີອາຍຸສັ້ນ ຫຼັງຈາກອອກດອກເປັນໝາກແລ້ວຕົ້ນຈະຄ່ອຍໆຕາຍໄປ, ຂະຫຍາຍພັນດ້ວຍການເພາະເມັດ ແລະ ແຍກກໍ. ໃບເປັນໃບປະກອບແບບຂົນນົກສອງຊັ້ນ, ອອກລຽງວຽນສະຫຼັບຮອບລໍາຕົ້ນ, ຊໍ່ໃບມີລັກສະນະເປັນຮູບສາມຫຼ່ຽມກວ້າງ, ແຜ່ນແປ, ແຕກຂະແໜງອອກເປັນຊໍ່ໃບຍ່ອຍຂ້າງລະ 7-23 ຊໍ່ ຍາວ 50-100 ຊມ, ໃບຍ່ອຍມີລັກສະນະພັບເປັນຈີບຄ້າຍຮູບຕົວວີ, ແຜ່ນໃບມີລັກສະນະເປັນຮູບສາມຫຼ່ຽມຍັກເວົ້າ, ແຜ່ນໃບເປັນສີຂຽວເປັນມັນ ມີຂະໜາດກວ້າງ 13 ຊມ ແລະ 20-30 ຊມ. ດອກເປັນແບບແຍກເພດຢູ່ຮ່ວມຕົ້ນກັນ ໂດຍຈະອອກດອກເປັນຊໍ່ເຊີງລົດບໍ່ມີກ້ານ, ຊໍ່ດອກຍາວ 60-80 ຊມ, ກ້ານຊໍ່ດອກອວບ ຫໍ່ຫຸ້ມໄປດ້ວຍກາບສີຂຽວຂະໜາດໃຫຍ່, ຊໍ່ດອກມີລັກສະນະຍ່ອຍຫ້ອຍລົົງມາ, ອອກດອກເປັນກຸ່ມ ກຸ່ມ 3 ດອກ, ດອກເພດຜູ້ຈະເປັນສີຂຽວອ່ອນບໍ່ມີກ້ານ, ດອກມີລັກສະນະຕູມ, ເມື່ອດອກບານຈະມີສີເຫຼືອງນວນ, ກີບດອກແຂງມີ 3 ກີບ, ລັກສະນະເປັນຮູບຂອບຂະໜານ, ສ່ວນດອກເພດແມ່ຈະເປັນສີຂຽວອ່ອນ, ມີກີບດອກ 3 ກີບ ຢູ່ກົກກີບເຊືອມຕິດກັນ, ດອກທີ່ບານເຕັ້ມທີ່ຈະມີຂະໜາດກວ້າງປະມານ 2 ຊມ. ໝາກເປັນໝາກສົດມີເນື້ອເມັດດຽວ ມີສີຂຽວແກມເຫຼືອງ, ອອກເປັນພວງໆ ລັກສະນະເປັນຮູບຊົງກົມ ຫຼື ກົມແປ້ນ, ມີຂະໜາດ 1-2 ຊມ, ເນື້ອໝາກຊຸ່ມໄປດ້ວຍນໍ້າລ້ຽງ ຊື່ງເປັນຜິດ ແລະ ເຮັດໃຫ້ລະຄ້າຍເຄືອງ, ໝາກສຸກແລ້ວຈະປ່ຽນເປັນສີສົ້ມ ຫຼື ສີ ແດງເຂັ້ມຫາມ່ວງຄໍ້າ ຫຼື ດໍາ, ພາຍໃນໝາກຈະມີເມັດ1 ເມັດ.

ບັນຍາຍການນຳໃຊ້

ປະໂຫຍດ: 
-  ຍອດອ່ອນໃຊ້ປຸງອາຫານຮັບປະທານ, ຈະນໍາເອົາມາຕົ້ມ, ລວກ, ແກງ ຫຼື ຜັດກະທິກໍ່ໄດ້, ບ່າງເທື່ອກໍ່ໃຊ້ຮັບປະທານສົດໆໄດ້ ອີກສ່ວນຄືໃຊ້ແກນຂອງລໍາຕົ້ນນໍາມາປະກອບອາຫານເຊັ່ນ: ແກງ (ແຕ່ຕ້ອງເຮັດໃຫ້ສຸກກ່ອນ)...
-  ໃບໃຊ້ມຸງຫຼັງຄາໄດ້, ສ່ວນເສັ້ນໃບຈາກກາບໃບໃຊ້ເຮັດເປັນເຊືອກສໍາລັບຜູກເຄື່ອງຕ່າງໆ ຫຼື ນໍາໄປເຮັດເຄື່ຶງຈັກສານເພື່ອເປັນສິນຄ້າສົ່ງເສີມລາຍໄດ້ຂອງປະຊາຊົນ.
-  ໃຊ້ປູກເປັນໄມ້ປະດັບທົ່ວໄປ ນິຍົມປູກປະດັບຕາມໃນອາຄານ, ປູກຕາມສວນສາທາລະນະ ແຕ່ບໍ່ຄວນນໍາໄປປູກໃກ້ທາງຢາງ, ບໍລິເວນທີ່ພັກຜ່ອນ ຫຼື ສະໜາມເດັກ ເພາະໝາກມັນມີຜິດ.
ສັບພະຄຸນ:
-  ຫົວອ່ອນໆໃຊ້ກິນເປັນຢາແກ້ໄຂ້ຈັບສັ້ນ, ບໍາລຸງຕັບ ແລະ ປອດ.
-  ຫົວອ່ອນມີສັບພະຄຸນຊ່ວຍເຮັດໃຫ້ອົບອຸ່ນຂຶ້ນ, ຈຶງນິຍົມຮັບປະທານໃນຊ່ວງທີ່ເປັນໄຂ້ໜາວ ເພື່ອພ້ອມຄວາມອົບອຸ່ນ ແລະ ຊ່ວຍໃຫ້ຫາຍຈາກອາການດັ່ງກ່າວໄດ້ໄວ້ຂຶ້ນ.
-  ໝາກແກ່ໃຊ້ຕໍາພອກແຜ ຊ່ວຍໃນການສະໝານແຜ, ເຮັດໃຫ້ແຜແຫ້ງ ແລະ ຕົກສະເກັດໄວ້ຂຶ້ນ.
-  ຫົວມີສັບພະຄຸນບໍາລຸງຕັບ, ແກ້ຊໍ້າໃນ ແລະ ຊ່ວຍບໍາລຸງຫົວໃຈ.
ຂໍ້ຄວນລະວັງ: ຂົນຕາມໝາກ, ນໍ້າລ້ຽງຕາມໃບຂອງລໍາຕົ້ນ ແລະ ຢາງຈາກພືດຊະນິດນີ້ ໂດຍສະເພາະຢາງຈາກໝາກ ເມື່ອຖືກຜິວໜັງຈະເຮັດໃຫ້ເກິດອາການຄັນ ຫຼື ຫາກເຂົ້າຕາອາດຈະເຮັດໃຫ້ຕາບອດໄດ້, ສ່ວນຂົນຢູ່ຕົ້ນຈະເຮັດໃຫ້ເກິດອາການຄັນໄດ້.

ການປະກອບສ່ວນ