ປາແກງ / Mud Carp

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Cirrhinus molitorella (Valenciennes, 1844) / Cyprinidae
ຊື່ພ້ອງ
Leuciscus molitorella Valenciennes, 1844
Labeo molitorella (Valenciennes, 1844)
Leuciscus chevanella Valenciennes, 1844
Cirrhinus chinensis Günther, 1868
Labeo garnieri Sauvage, 1884
Cirrhinus melanostigma Fowler & Bean, 1922
Labeo melanostigma (Fowler & Bean, 1922)
Labeo collaris Nichols & Pope, 1927
Labeo pingi Wu, 1931
Osteochilus prosemion Fowler, 1934
Cirrhinus prosemion (Fowler, 1934)
Osteochilus spilopleura Fowler, 1935
Cirrhinus spilopleura (Fowler, 1935)
Labeo stigmapleura Fowler, 1937
ຊື່ອື່ນ
Viet: Cá Trôi
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

ຮູບຮ່າງລຳຕົວແປທາງດ້ານຂ້າງ, ລຳຕົວຂະໜາດໃຫຍ່ສຸດຍາວ 55 ຊັງຕິແມັດ. ສ່ວນທ້ອງຈະບວມພອງເລັກນ້ອຍ. ເກັດສີນ້ຳເງີນອົມສີເທົາ, ເປັນເກັດນ້ອຍລະອຽດ, ເກັດແຖວດ້ານຂ້າງແຕ່ຫົວຮອດຫາງ 37-38 ເກັດ, ດ້ານຂວາງລະຫວ່າງແຖວຂ້າງຄີຫຼັງ 7-8 ແຖວ. ຄີຫຼັງບໍ່ມີກ້າງແຂງ, ມີກ້າງອ່ອນ 11-15 ອັນ. ກະດູກ ແລະ ກ້າງສັນຫຼັງ 34-43 ອັນ. ປາກນ້ອຍມີໜວດສັ້ນໆ. ຕາຢູ່ດ້ານຂ້າງຂອງສ່ວນຫົວ. ຫາງວໍ້າ, ສີເຫຼືອງປົນສີເທົາ. ຄີທ້ອງ ແລະ ຄີກົ້ນມັກເປັນສີດຳ.

ບັນຍາຍການນຳໃຊ້

ປາແກງສາມາດເຮັດອາຫານໄດ້ຫຼາຍປະເພດເຊັ່ນ: ເອາະ, ປີ້ງ, ແກງ ແລະ ເຮັດປາສົ້ມ. ບາງຄັ້ງກໍ່ເຮັດປາແຫ້ງເພື່ອໄວ້ກິນດົນ, ຖ້າໄດ້ຫຼາຍກໍ່ຂາຍຕາມຕະຫຼາດທ້ອງຖີ່ນ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ມັກພົບຕາມຮ່ອງຫ້ວຍ, ມັກຈະເຄື່ອນຍ້າຍຕາມລະດູການ. ພວກມັນມັກຈະວາງໄຂ່ຕາມກ້ອນຫິນ, ຮາກໄມ້ຕາມພື້ນທ້ອງນ້ຳ. ຕົວອ່ອນ ແລະ ປາຮາມຈະຫາກິນຕາມແຄມຝັ່ງ ແລະ ເຂດນ້ຳຖ້ວມ. ພວກມັນຈະເລື່ມເຄື່ອນຍ້າຍເມື່ອທ້າຍລະດູຝົນ.

ການປະກອບສ່ວນ