ປານາງ / Silver Sheatfish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Phalacronotus apogon (Bleeker, 1851) / Siluridae
ຊື່ພ້ອງ
Micronema apogon (Bleeker, 1851)
ຊື່ອື່ນ
Cambodian: Trey kes prak and Trey kes krahaw
Thai: Pla nam ngern and Pla nang dang
Viet: Ca ket
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະລຳຕົວຮຽວຍາວ, ເປັນປາໜັງ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວກວ້າງ ແລະ ມີລັກສະນະແປຮາບ, ປາກກວ້າງ, ຮີມປາກດ້ານລຸ່ມຢືນອອກມາຍາວກວ່າດ້ານເທີງເລັກນ້ອຍ, ບໍ່ມີຄີຫຼັງ, ຖານຄີກົ້ນຍາວ, ຄີຫາງມີລັກສະນະວ້ຳຕື່ນ, ລຳຕົວສີຟ້າຂາວ ຫຼື ສີບົວຟ້າ, ດ້ານເທີງລຳຕົວສີຈະເຂັ້ມກວ່າດ້ານລຸ່ມ, ຄີກົ້ນ ແລະ ຄີຫາງມີສີຈາງ ແລະ ມີຂອງສີເຂັ້ມ. ລຳຕົວກວ້າງ ແຕ່ 2-20 ຊັງຕິແມັດ, ນ້ຳໜັກປະມານ 1 ກິໂລ.

ການສຶບພັນ ແລະ ວົງຈອນຊີວິດ

ປານາງຈະປະສົມພັນຢູ່ໃນເຂດນ້ຳຖ້ວມໃນຊ່ວງລະດູຝົນ ແລະ ເປັນບ່ອນຫາກີນ ຫຼື ຈະເລີນເຕີບໂຕຂອງຕົວອ່ອນ. ຕົວເຕັມໄວຈະເກັບສູ່ແມ່ນ້ຳສາຍຫຼັກ ແລະ ລະດູແລ້ງຈະພົບຢູ່ໃນເຂດວັງນ້ຳເລິກ. ມັນຈະເລີ່ມເຄື່ອນຍ້າຍຈາກແມ່ນ້ຳສາຍຫຼັກສູ່ສາຂາ ແລະ ເຂົ້າສູ່ທົ່ງນ້ຳຖ້ວຍໃນຕົ້ນລະດູຝົນ ແລະ ກັບຄືນໃນເສັ້ນທາງເດີມໃນຕົ້ນລະດູແລ້ງ. ຝົນຕົກຊ່ວງທຳອິດຈະກະຕຸ້ນໃຫ້ພວກມັນເລີ່ມເຄື່ອນຍ້າຍ ແລະ ຈະກັບຄືນເມື່ອລະດັບນ້ຳລົດລົງ. ດວງຈັນກໍ່ເປັນສ່ວນໜື່ງທີ່ຈະບອກເວລາເຄື່ອນຍ້າຍໄດ້ເຊັ່ນດຽວກັນເຊັ່ນ: ມັນຈະລອງລົງ ແລະ ເຄື່ອນຍ້າຍອອກຈາກເຂດນ້ຳຖ້ວມກ່ອນເວລາກ່ອນໜ້າ ຫຼື ໃກ້ໆກັບມື້ເດືອນເພັງໃນຊ່ວງຕົ້ນລະດູແລ້ງ. ເມື່ອຊ່ວງລະດູແລ້ງມັນອາໄສຢູ່ຕາມວັງນ້ຳເລິກໃນເຂດອ່າງແມ່ນ້ຳຂອງ.

ການປະກອບສ່ວນ