ປາສູດຈຸດດຳ / Eye-spot Barb

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Hampala dispar (Smith, 1934) / Cyprinidae
ຊື່ພ້ອງ
ຊື່ອື່ນ
Cambodian: Trey khmann
Thai: Pla kra sube jud, Pla sood
Viet: Ca ngua xam
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 8; A: 5; P1: 8; P2: 7. ຮູບແບບລໍາໂຕສັ້ນ (oblong)  ແລະ ແປເຂົ້າດ້ານຂ້າງ, ຄວາມເລິກ ຂອງລໍາຕົວເທົ່າ 32.30-36% ຂອງຄວາມຍາວມາດຖານ (SL), ຄວາມຂອງຫົວ 31.36-32% ຂອງ SL. ຫົວ: ມີຂະໜາດນ້ອຍ, ດ້ານເທິງມີເສັ້ນສີສົ້ມ, ປາກໃຫຍ່, ຮີມສົບດ້ານເທິງ ແລະ ດ້ານລຸ່ມເທົ່າກັນ, ມີໜວດ 1 ຄູ່ຢູ່ຄາງກະໄຕເບື້ອງເທິງສັ້ນກວ່າເສັ້ນຜ່ານສູນກາງຕາ, ມີດັງ 1 ຄູ່ ແລະ ຕາ 1 ຄູ່ ຂ້ອນຂ້າງນ້ອຍ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 23.43-25.10%  ຂອງ ຄວາມຍາວຫົວ (HL). ລຳໂຕ: ບໍລິເວນກາງລໍາໂຕມີເມັດດຳຂະໜາດໃຫຍ່ຢູ່ເຄິ່ງກາງຂອງຄີຫຼັງ ແລະ ຄີທ້ອງ, ຄີຕ່າງໆ ເປັນສີສົ້ມ, ເສັ້ນຂ້າງໂຕສົມບູນ, ມີເກັດເສັ້ນຂ້າງ 25-26 ເກັດ, ເກັດກ່ອນ ຄີຫຼັງ 9 ເກັດ, ເກັດອ້ອມກົກຫາງ 12 ເກັດ, ເກັດຈາກເກັດກ່ອນຄີຫຼັງ ລົງໄປຫາ ເສັ້ນຂ້າງຕົວຕາມແນວສະຫຼຽງ 5 ແລະ ເກັດໜ້າຄີກົ້ນຂຶ້ນນໄປຫາຕາມເສັ້ນຂ້າງຕົວຕາມ ແນວສະຫຼຽງ 5 ເກັດ, ຄີຕ່າງໆ ເປັນສີສົ້ມ, ຈຸດເລີ່ມຕົ້ນຂອງຄີຫຼັງ ແລະ ຄີທ້ອງຢູ່ກົງກັນຂ້າມ ກັບເກັດທີ 8-9 ຂອງເກັດເສັ້ນຂ້າງໂຕ, ຄີຫຼັງ 8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 8 ເສັ້ນກ້ານຄີອ່ອນ, ຄີທ້ອງ 7 ເສັ້ນກ້ານຄີອ່ອນ. ຫາງ: ຂອບດ້ານຂ້າງ ຂອງຫາງມີສີດໍາ ຢູ່ຫາງປ່ຽງເທິງ ແລະ ລຸ່ມ, ຄີຫາງມີສີສົ້ມ, ຫາງງ່າມວໍ້າຢູ່ສ່ວນກາງເປັນ 2 ຊີກ. ສີຂອງລຳໂຕ: ສີເງີນອົມສົ້ມ.

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ຢຸນນານ (ສສປ ຈີນ), ໄທ, ກໍາປູເຈຍ ແລະ ຫຽວດນາມເປັນຕົ້ນ.

ບັນຍາຍການນຳໃຊ້

adult

ປາສູດເປັນປາທີ່ຖືກມອງ, ເບັດ, ຈັ່ນ, ຕຸ້ມ ແລະ ລີ້ຂອງຊາວບ້ານ. ສາມາດນຳມາເຮັດອາຫານ ໄດ້ຫຼາຍ ປະເພດເຊັ່ນ: ເອາະ, ແກງ, ປາແຫ້ງ ແລະ ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

adult

ເປັນປາທີ່ພົບທົ່ວໄປໃນແມ່ນ້ຳຂອງ ແລະ ສາຂາ, ພວກມັນຈະອາໄສຢູ່ແຫຼ່ງນ້ຳຖາວອນ. ແຕ່ກໍ່ພົບໄດ້ຕາມຫ້ວຍຮອງຄອງບຶງໃນຍາມລະດູຝົນ. ເມື່ອພວກມັນຈະວາງໄຂ່ ມັນອາດ ຈະເຄື່ອນຍ້າຍ ຫຼື ຊອກຫາບ່ອນວາງໄຂ່. ປາຮາມຈະເຄື່ອນຍ້າຍລົງມາຫາແມ່ນ້ຳສາຍຫຼັກ ໃນຊ່ວງທ້າຍລະດູຝົນ.

ການປະກອບສ່ວນ