ປາໂຈກ / Soldier River Barb

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Cyclocheilichthys enoplos (Bleeker, 1849) / Cyprinidae
ຊື່ພ້ອງ
Barbus enoplos Bleeker, 1849
Barbus macracanthus Bleeker, 1854
Cyclocheilichthys dumerili Bleeker, 1864
Cyclocheilichthys dumerilii Sauvage, 1881
Barbus enoploides Tirant, 1885
Cyclocheilichthys amblyceps Fowler, 1937
ຊື່ອື່ນ
Cambodian: Trey chhkok
Thai: Pla choke, Pla ta koke
Viet: Ca coc
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ເປັນປາເກັດຂະໜາດກາງຍາວສຸດ ປະມານ 60 ຊັງຕິແມັດ. ຫົວຂ້ອນຂ້າງສ້ວຍແຫຼມ. ຕາໜື່ງຄູ່ຢູ່ດ້ານຂ້າງຫົວ, ມີຂອບຕາເປັນວົງສີຂາວປົນເຫຼືອງ. ຮີມປາກເທີງແລະຮີມປາກລຸ່ມບໍ່ເທົ່າກັນ, ດ້ານເທີງຫົວຈະເປັນສີນ້ຳຕານປົນສີເທົາ, ດ້ານທ້ອງຈະເປັນສີຂາວ. ລຳຕົວ: ຄີຫຼັງມາຫາຫົວຈະສ້ວຍໂຄງໄປຫາຫົວ, ຄ້ອນສ່ວນຫາງຈະສ້ວຍສະໝ່ຳສະເໝີຈົນ ຮອດຫາງ, ດ້ານຫຼັງມີຄີໜື່ງອັນ, ດ້ານຂ້າງມີຄີເອິກໜື່ງຄູ່, ຄີທ້ອງໜື່ງຄູ່ ແລະ ຄີກົ້ນໜື່ງອັນ. ຫາງ: ຄີຫາງຈະວ້ຳເລິກ.

ເຂດກະຈາຍພັນ: ພົບຕາມອ່າງແມ່ນ້ຳຂອງໃນປະເທດລາວ, ໄທ ແລະ ກຳປູເຈຍ.

ປາຮາມ

ບັນຍາຍການນຳໃຊ້

ປາຮາມ

ຖຶກມອງ ແລະ ແຫຂອງຊາວປະມົງ. ເຊິ່ງພົບເຫັນຕາມທ້ອງຕະຫຼາດໃນຊ່ວງລະດູການຕ່າງໆ. ສາມາດເຮັດອາຫານໄດ້ຫຼາຍຮູບແບບ ເຊັ່ນ: ກ້ອຍ, ແກງ, ລາບ, ເອາະ, ປາແຫ້ງ ແລະ ປາແດກ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ອາໄສຕາມລຳແມ່ນ້ຳໃຫຍ່, ພວກມັນຈະເຄື່ອນຍ້າຍຕາມລະດູການເພື່ອວາງໄຂ່ ແລະ ປະສົມພັນ. ເມື່ອຮອດທ້າຍລະດູຝົນ ພວກມັນຈະເຄື່ອນຍ້າຍລົງມາສູ່ແມ່ນ້ຳສາຍຫຼັກ.

ການປະກອບສ່ວນ