ປາສ້ອຍ / Jullien’s mud carp

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Henicorhynchus siamensis (Sauvage, 1881) / Cyprinidae
ຊື່ພ້ອງ
Aspidoparia siamensis Sauvage, 1881
Cirrhina sauvagei Fang, 1942
Cirrhinus jullieni non Sauvage, 1878
Cirrhinus marginipinnis Fowler, 1937
Cirrhinus siamensis Sauvage, 1881
Crossocheilus thai Fowler,
Gymnostomus siamensis Sauvage, 1881
Henicorhynchus lobatus non Smith, 1945
Henicorhynchus siamensis de Beaufort, 1927
Morara siamensis Sauvage, 1881
Tylognathus brunneus Fowler, 1934
Tylognathus entmema Fowler, 1934
Tylognathus siamensis de Beaufort, 1927
ຊື່ອື່ນ
Cambodian: Riel Tob and Riel Ongkarm [ត្រី រៀលតុប]
Thai: Pla soi klorn and Pla soi khao
Viet: Ca linh thuy and Ca linh ong
ພັນລະນາລັກສະນະສັນຖານ

ລັກສະນະລຳຕົວຮຽວຍາວເປັນຮູບກະສ້ວຍ, ຫົວໃຫຍ່ກົມ, ປາກນ້ອຍກົມ, ຢູ່ສຸດປາຍປາກມີຈະງອຍບ້ຽວ, ຕາຂະໜາດນ້ອຍ. ແຜ່ນໃຕ້ກະດູກຕາແຄບ, ຄາງກະໄຕລຸ່ມມີ sysphysel knob, ເກັດຄ່ອນຂ້າງໃຫຍ່, ຄີຫຼັງຮຽວນ້ອຍ, ຄີຫາງວ້ຳນ້ອຍ. ທົ່ວໂຕມີສີຂາວເທົາ. ດ້ານເທີງມີສີເຂັ້ມກວ່າດ້ານທ້ອງ ແລະ ຄີກົ້ນເປັນສີເຫຼືອງ, ຄີຫຼັງມີຈຸດສີດຳ. ຂະໜາດລຳຕົວໃຫຍ່ສຸດ 20 ຊັງຕິແມັດ. ສ່ວນຫຼາຍ ຂະໜາດລຳຕົວ 15 ຊັງຕິແມັດ.

ນິເວດວິທະຍາ: ພົບຢູ່ລວມກັນເປັນຝູງ ແລະ ມີການຍ້າຍຖີ່ນຂຶ້ນຫາຕົ້ນນ້ຳ ຫຼື ບໍລິເວນນ້ຳຖ້ວມໃນລະດູປະສົມພັນ ແລະ ວ່າງໄຂ່, ຫາກີນຢູ່ໃນແມ່ນ້ຳໜອງ, ບືງ. ນິໄສການຫາກີນອາຫານ ເຊັ່ນກິນພວກແພງຕອນພືດ, ເທົາ, ໄຄ ແລະ ແພງຕອນສັດບາງຄັ້ງ. ລະດູວາງໄຂ່ໃນຊ່ວງເດືອນມິຖຸນາ ແລະ ກັນຍາ, ໄຂ່ຈົມ.

ບັນຍາຍການນຳໃຊ້

ມີການຫາໂດຍການໃສ່ມອງ ເພື່ອເປັນອາຫານ, ນຳມາແປຮູບ, ປາສົ້ມ, ປາແຫ້ງ ແລະ ບາງຄັ້ງນຳໃຊ້ລ້ຽງເປັນປາສວຍງາມ.

ການປະກອບສ່ວນ