ປາກາໂຫ / Giant Barb

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Catlocarpio siamensis Boulenger, 1898 / Cyprinidae
ຊື່ພ້ອງ
ຊື່ອື່ນ
Cambodian: Kahao, Kolreang
Thai: Ka ho, Ka mun
Viet: cá Hô
ສະຖານະພາບການອະນຸລັກ
Critically Endangered
ພັນລະນາລັກສະນະສັນຖານ

ປາກະໂຫ້ເປັນປາມີເກັດທີ່ມີຂະໜາດໃຫຍ່, ມີຮູບຮ່າງທົ່ວໄປຄ້າຍຄືກັບປາປາກ, ລຳຕົວຄ່ອນຂ້າງກົມແປ, ສ່ວນຂອງລຳຕົວບໍລິເວນຝາປິດຟັນຟືມຈະນູນໂຄ້ງຂື້ນ, ຫົວໂປ້, ຄວາມຍາວປະມານ /ຂອງລຳຕົວ, ຕາ 1 ຄູ່ຢູ່ໃກ້ກັບປາຍຈະງອຍປາກ, ບໍ່ມີໜວດ, ປາກກວ້າງ, ມີແຂ້ວເປັນແຖວ, ເກັດມົນລຽບ, ຂະໜາດຂອງເກັດຢູ່ກັບການຈະເລີນເຕິບໂຕຂອງປາ, ເຊິ່ງໃຫຍ່ສຸດປະມານ 6.8 ຊມ, ມີຂະໜາດໃກ້ຄຽງກັບຝາມືເດັກນ້ອຍ, ຄີຫຼັງຕັ້ງຊື້, ຄີຫາງເປັນສອງແສກວ້ຳເລິກ, ຄີທ້ອງຄ່ອນຂ້າງເປັນຮູບສາມຫຼ່ຽມ, ຄີຫູ ແລະ ຄີເອິກມີຂະໜາດໃກ້ຄຽງກັນ. ສີຂອງປາກະໂຫ້ໂດຍທົ່ວໄປເປັນສີດຳປົນສີເທົາ, ສີຂອງເກັດດ້ານຫຼັງຈະເຂັ້ມກວ່າດ້ານຂ້າງ ແລະ ດ້ານທ້ອງ, ຄີທຸກອັນເປັນສີແດງປັນສີສົ້ມ. ລຳຕົວໃຫຍ່ສຸດຍາວປະມານ 3 ແມັດ, ນ້ຳໜັກປະມານ 300 ກິໂລ.

ການສຶບພັນ ແລະ ວົງຈອນຊີວິດ

ປາກະໂຫ້ສ່ວນຫຼາຍພົບຢູ່ຕາມສາຍນ້ຳໃຫຍ່ໂດຍສະເພາະແມ່ນ້ຳຂອງ, ປາເມື່ອເກີດໃໝ່ຈະຢູ່ລວມກັນເປັນຝູງໃນວັງນ້ຳເລິກ, ປະຈຸບັນຈຳນວນຂອງພວກມັນໃນທຳມະຊາດຫຼຸດລົງເພາະປັນຫາທາງດ້ານສີ່ງແວດລ້ອມ ແລະ ການຖືກຫາເພື່ອອາຫານ ຫຼື ເປັນສີນຄ້າຈຳນວນຫຼວງຫຼາຍ, ຈົນຈັດເປັນປາໃກ້ຈະສູນພັນ, ປາຊະນິດນີ້ສາມາດລ້ຽງໄດ້ແລ້ວເປັນບາງສ່ວນຈາກການປະສົມພັນທຽມ. ໃນທຳມະຊາດຈະແພ່ພັນໃນລະຫວ່າງເດືອນກໍລະກົດ-ກັນຍາ ໂດຍປາຈະເລີ່ມເຂົ້າສູ່ໄວຈະເລີນພັນເມື່ອອາຍຸດໄດ້ 7 ປີ, ວາງໄຂ່ລອຍໄປຕາມກະແສນ້ຳ, ໄຂ່ມີສີເຫຼືອງອ່ອນລັກສະນະເຄິ່ງຈົມເຄິ່ງລອຍ ເສັ້ນຜ່າສູນກາງປະມານ 1.4 ມມ, ໄຂ່ມີຈຳນວນນັບເປັນລ້ານໜ່ວຍ, ແຕ່ໄຂ່ສ່ວນຫຼາຍ ຈະຖືກປາອື່ນຈັບກີນເກືອບບໍ່ເຫຼືອ. ປາທີ່ລອດຕາຍຈົນເປັນຕົວໃຫຍ່ມີຈຳນວນໜ້ອຍ.

ອາຫານຂອງປາກະໂຫ້ ຄື ພວກແພງຕອນ ແລະ ປາຂະໜາດນ້ອຍ ແຕ່ກໍ່ສາມາດກິນພືດໄດ້ເຊັ່ນ: ພວກເທົາ, ໄຄ ແລະ ແກ່ນພືດ, ນອກນັ້ນຍັງກິນພວກໜອນແດງ, ຂີ້ກະເດືອນນ້ຳ, ກຸ້ງຝອຍ ແລະ ອື່ນໆ.

ການປະກອບສ່ວນ