ປາແຂ້ວໄກ້ / Blue botia

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Yasuhikotakia modesta (Bleeker, 1864) / Botiidae
ຊື່ພ້ອງ
Botia modesta Bleeker, 1864
Botia rubripinnis Sauvage, 1876
ຊື່ອື່ນ
Cambodian: Kanchrouk Krawhorm
Thai: หมูขาว หมูหางแดง หมู แข้วไก้หางแดงดง
Viet: Cá heo bạc
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຮູບຮ່າງລັກສະນະ ລຳຕົວຄ່ອນຂ້າງຍາວ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວ ແລະ ຈະງອຍປາກຍື່ນຍາວອອກໄປທາງດ້ານໜ້າ, ຕາມີຂະໜາດນ້ອຍ ແລະ ຢູ່ຄ່ອນຂ້າງໄປທາງດ້ານເທີງຂອງສ່ວນຫົວ, ບໍລິເວນໃຕ້ຕາມີໜາມໂຄ້ງຮຽວແຫຼມຝັງຢູ່ໃນຮ່ອງເປັນຮູບດວງເດືອນສ້ຽວ. ປາກຢູ່ຄ່ອນລົງມາທາງດ້ານລຸ່ມຂອງສ່ວນຫົວເລັກນ້ອຍ, ມີໜວດ 3 ຄູ່, ຄີຫາງມີລັກສະນະວ້ຳເລິກ. ລຳຕົວມີສີຂຽວອົມສີເຫຼືອງ, ດ້ານເທິງຂອງລຳຕົວມີສີເຂັ້ມກວ່າທາງດ້ານລຸ່ມ, ມີແຖບສີດຳຢູ່ບໍລິເວນໂຄນຄີຫາງ, ຄີຫຼັງ, ຄີກົ້ນ ແລະ ຄີຫາງມີສີເຫຼືອງສົ້ມ, ຄີເອິກ ແລະ ຄີທ້ອງມີສີເຫຼືອງອ່ອນ. ລຳຕົວມີຂະໜາດຍາວ 10-20 ຊັງຕິແມັດ.

ການສຶບພັນ ແລະ ວົງຈອນຊີວິດ

ຫຼັງຈາກການປະສົມພັນ (ພືດສະພາ-ມິຖຸນາ), ລູກປາເກີດໃໝ່ໄປຕາມກະແສນ້ຳທີ່ເພີ່ມສູງຂຶ້ນໃນຊ່ວງລະດູຝົນເຂົ້າໄປສູ່ເຂດບໍລິເວນນ້ຳຖ້ວມ, ເຊິ່ງເປັນບ່ອນທີ່ພວກມັນຈະໃຊ້ຊິວິດຫາກິນ ແລະ ເຕິບໃຫຍ່ຈົນຮອດຕົ້ນລະດູແລ້ງ ເມື່ອລະດັບນ້ຳເລີ້ມຫຼຸດລົງ, ພວກມັນຈະເຄື່ອນຍ້າຍເຂົ້າໄປອາໄສຢູ່ຕາລຳແມ່ນ້ຳ ແລະ ສືບຕໍ່ເຄື່ອນຍ້າຍໄປຫາບ່ອນອາໄສ ສະເພາະໃນຊ່ວງລະດູແລ້ງ ເຊັ່ນວັງນ້ຳເລິກຕາມລຳແມ່ນ້ຳຂອງ. ມີລາຍງານວ່າປາຊະນິດນີ້ ໄດ້ເຄື່ອນຍ້າຍພ້ອມດຽວກັບປາຊະນິດອື່ນໆ. ມັນຈະເຄື່ອນຍ້າຍເຂົ້າໄປຫາບ່ອນບໍລິເວນນ້ຳຖ້ວມໃນຕົ້ນລະດູຝົນ ເພື່ອປະສົມພັນ ແລະ ວາງໄຂ່. ໄຂ່ ແລະ ລູກນ້ອຍຈະໄຫຼໄປຕາມກະແສນ້ຳ ເຂົ້າສູ່ບໍລິເວນເຂດນ້ຳຖ້ວມ ເພື່ອການຈະເລີນເຕີບໂຕ ຍ້າຍອອກມາຫາແມ່ນ້ຳໃຫຍ່ໃນຊ່ວງປາຍລະດູຝົນ.

ປາຊະນີດນີ້ມັນຈະກິນຊີ້ນເປັນອາຫານ, ສ່ວນຫຼາຍກີນພວກຫອຍ, ຕົວອ່ອນຂອງແມງໄມ້ນ້ຳ, ຂີ້ກະເດືອນ, ກຸ້ງ ແລະ ກະປູ. ມັນອອກຫາກີນຕອນກາງຄືນ, ລີ້ຊ້ອນຢູ່ຕາມຮູ ຫຼື ກຳບັງໃນເວລາກາງເວັນ. ສາມາດພົບເຫັນທົ່ວບໍລິເວນອ່າງແມ່ນ້ຳຂອງແຕ່ເໜືອຮອງໃຕ້, ສາຂາ, ຫ້ວຍຕ່າງໆຂອງແມ່ນ້ຳຂອງ.

ການປະກອບສ່ວນ