ຜັກຫົມບ້ານ / Slender Amaranth

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Amaranthus viridis L / Amaranthaceae
ຊື່ພ້ອງ
Albersia caudata (Jacq.) Boiss.
Albersia gracilis (Desf.) Webb & Berthel.
Amaranthus acutilobus Uline & W.L.Bray
Amaranthus fasciatus Roxb.
Amaranthus gracilis Desf.
Amaranthus littoralis Bernh. ex Moq.
Amaranthus polystachyus Buch.-Ham. ex Wall.
Chenopodium caudatum Jacq.
Euxolus caudatus var. gracilis Moq.
Euxolus caudatus var. maximus Moq.
Galliaria adscendens Bubani
Glomeraria viridis (L.) Cav.
Pyxidium viride (L.) Moq.
ຊື່ອື່ນ
Thai: ຜັກໂຂມຫັດ, ຜັກຫົມ
Eng: Slender amaranth, Amaranth, Green amaranth
ບັນຍາຍລັກສະນະພືດສາດ

ຜັກຫົມບ້ານເປັນພືດປະເພດລົ້ມລຸກ, ມີລໍາຕົ້ນຕັ້ງຊື່, ມີຄວາມສູງປະມານ 15-60 ຊມ, ລັກສະນະຂອງຕົ້ນເປັນຫຼຽມມົນ ແລະ ມີຂົນອ່ອນໆປົກຄຸມ, ຂະຫຍາຍພັນດ້ວຍການໃຊ້ເມັດ, ມັກຂຶ້ນທົ່ວໄປຕາມພື້ນທີ່ຊຸ່ມ. ໃບດ່ຽວ ລັກສະນະຂອງໃບເປັນຮູບໄຂ່, ໃບກວ້າງ 2-6 ຊມ, ຍາວ 3-8 ຊມ. ດອກເປັນຊໍ່ແບກະຈາຍຕາມງ່າມໃບ ແລະ ຢູ່ປາຍຍອດ ດອກເພດຜູ້ ແລະ ເພດແມ່ຈະຢູ່ຄົນລະດອກ, ແຕ່ຢູ່ຊໍ່ດຽວກັນ, ດອກມີສີຂຽວ, ຈະຮຽງກັນ 20-30 ດອກ. ໝາກເປັນໝາກແຫ້ງ ແລະ ແຕກ, ລັັກສະນະຂອງໝາກເປັນຮູບກະສວຍ.

ບັນຍາຍການນຳໃຊ້

ຜັກຫົມບ້ານສາມາດນໍາໄປປຸງແຕ່ງອາຫານໄດ້ໂດຍການນໍາໄປຕົ້ມ ຫຼື ລວກໃຫ້ສຸກ, ນໍາເອົາໄປແກງກໍ່ໄດ້ຄືກັນ. ນອກຈາກຈະນໍາໄປປຸງແຕ່ງອາຫານໄດ້ແລ້ວຜັກຫົມບ້ານຍັງມີປະໂຫຍດຫຼາຍຢ່າງເຊັ່ນ: ຮາກຜັກຫົມບ້ານຊ່ວຍແກ້ໄຂ້, ໄຂ້ຫວັດຕ່າງໆໄດ້. ໃບນໍາມາປຸງເປັນຢາແກ້ຄັນຕາມຜິວໜັງ ຫຼື ຈະໃຊ້ຮາກນໍາໄປຕົ້ມກັບນໍ້າໃຊ້ອາບເພື່ອແກ້ອາການຄັນຕາມຜິວໜັງ. ຮາກຊ່ວຍແກ້ປະຈໍາເດືອນທີຢຸດມາກະທັນຫັນ ໂດຍໃຫ້ໃຊ້ນໍ້າຮ້ອນ 1 ລິດ ເທລົງໃສ່ຮາກຜັກຫົມບ້ານ 20 ກຼາມ ແລ້ວປະໄວ້ປະມານ 15 ນາທີ ຫຼັງຈາກນັ້ນໃຫ້ກອງເອົາຮາກອອກ, ສໍາຫຼັບຜູ້ໃຫຍ່ໃຫ້ດື່ມມື້ລະ 4-5 ຈອກ...

ການປະກອບສ່ວນ